ສະເຫຼີມສະຫຼອງ 59 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07/05/1954 – 07/05/2013)

ສະເຫຼີມສະຫຼອງ 59 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07/05/1954 – 07/05/2013) - ảnh 1
ພາບປະກອບ

(vovworld) - ວັນທີ 07/05, ປະຊາຊົນ ຫວຽດນາມ ​ໄດ້​ສະ​ເຫຼີ​ມສະຫຼອງ 59 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ (07/05/1954), ສິ້ນ​ສຸດ 9 ປີ​ແຫ່ງ​ການ​ຕໍ່​ສູ້​ຕ້ານ​ລ່າ​ເມືອ​ງຂຶ້ນ ຝຣັ່ງຂອງ​ກ​ອງທັບ ​ແລະ ປະຊາຊົນ ຫວຽດນາມ. ນີ້​ແມ່ນ​ໄຊຊະນະ​ທີ່​ຍິ່ງ​ໃຫຍ່​ໃນ​ປະ​ຫວັດ​ສາດ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ຊາດ ຫວຽດນາມ, ມີ​ກຳລັງ​ລະດົມ​ອັນ​​ໃຫຍ່​ຫຼວງ​ໃຫ້​ແກ່​ຂະ​ບວນການ​ຕ້ານ​ລັດທິ​ລ່າ​ເມື​ອງຂຶ້ນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ.

        ໜັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ) ສະບັບ​ອອກ​ວັນ​ທີ 7/5 ​ໄດ້​ລົງ​ພິມບົດ​ນຳ “ທະວີ​ຄຸນ​ກຳ​ລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ” ​ເຊິ່ງໄດ້​ຊີ້​ແຈງ​ວ່າ: ​ຄຽງ​ຄູ່​ກັບ​ບັນດາ​ຄວາມ​ໝາຍ, ຄຸ​ນຄ່າ​ອັນ​ໃຫຍ່​ຫຼວງ​ດ້ານ​ການ​ເມືອງ, ການ​ທະຫານ, ການ​ທູດ​​..​.​ ​ໄຊຊະນະ ດ້ຽນບຽນ​ຝູ ຍັງ​ແມ່​ນ​​ໄຊຊະນະ​ຂອງ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ, ພາຍ​ໃຕ້​ການ​ນຳພາ​ທີ່​ສະຫຼາດ​ສະຫຼຽວ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ນຳ​ໜ້າ​ແມ່ນ​ປະທານ ​ໂຮ່ຈີ​ມິນ. ​ໄຊຊະນະ ດ້ຽນບຽນ​ຝູ ຍັງ​ຢືນຢັນ​ບົດຮຽນ​ທີ່​ລ້ຳ​ຄ່າ​ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ.

        ​ໃນ​ໜັງສືພິມ ຮ່າ​ໂນ້ຍ​ເໝີຍ (ຮ່າ​ໂນ້ຍ​ໃໝ່) ມີ​ບົດ​ຂຽນ​ “ຮູບພາບ​ນັກຮົບ ດ້ຽນບຽນ ຍັງ​ຄົງ​ເປັນ​ແບບຢ່າງ​ຕະຫຼອດ​ໄປ”, ບົດ​ໜັງສືພິມ​ໄດ້​ຂຽນ​ກ່ຽວ​ກັບ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ຟູ່ງວັນ​ເຂົາ, ພັນ​ເອກ ຫງວຽນ​ຈ້ອງ​ຈິງ, ບັນດາ​ນັກຮົບ​ເກົ່າ​ທີ່​ເຄີຍ​ເຂົ້າ​ຮ່ວມ​ບັ້ນ​ຮົບ ດ້ຽນບຽນ​ຝູ. ບັນດາ “ນັກຮົບ ດ້ຽນບຽນ” ນີ້​ແມ່ນ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ວຽກ​ງານ​ການ​ເມືອງ, ສັງຄົມ​ຢູ່​ທ້ອງ​ຖິ່ນ, ປະກອບສ່ວນ​ສຶກສາ​ນ້ຳ​ໃຈ​ຮັກ​ຊາດ​ໃຫ​້ນັກຮຽນ, ພະນັກງານ, ນັກຮົບ​ລຸ້ນຕ່າງໆ​ຜ່ານບັນດາ​ເລື່ອງ​ລາວປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ເພື່ອ​ຄວາມ​ເສລີພາບ​ຂອງ​ຊາດ.

 ສະເຫຼີມສະຫຼອງ 59 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07/05/1954 – 07/05/2013) - ảnh 2
ພາບປະກອບ

ເນື່ອງ​ໃນ​ໂອກາດນີ້, ຕ​ອນ​ເຊົ້າ​ວັນ​ທີ 7/5, ຄະນະ​ຜູ້​ແທນ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ແຂວງ ດ້ຽນບຽນ ​ແລະ ກົມ​ໃຫຍ່​ພາສີ ​ໄດ້​ວາງ​ພວງມາລາ, ຖະຫວາຍ​ທູບ​ທຽນອາ​ໄລຫາ, ຕອບ​ບຸນ​ແທນ​ຄຸນ​ບັນດາ​ນັກຮົບ​ວິລະ​ຊົນ​ໄດ້ເສຍ​ສະຫຼະ​ຊີວິດ​​ເພື່ອພາລະກິດ​ປົດ​ປ່ອຍຊາດ​​ເຊິ່ງປະຈຸ​ບັນ​ພວມ​ປົງ​ອັດຖິຢູ່ສຸສານນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ​ເອກະລາດ. ບັນດາ​ຜູ້​ແທນ​ໄດ້​ສະ​ແດງ​ຄວາມ​ເຄົາລົບ, ຄວາມ​ຮູ້​ບຸນຄຸນ ​ແລະ ໝັ້ນ​ໝາຍ​ຈະສາມັກຄີ, ມານະ​ພະຍາຍາມ​ພ້ອມ​ກັນ​ສ້າງ​ແຂວງ ດ້ຽນບຽນ​ ​ໃຫ້ນັບ​ມື້​ນັບ​ພັດທະນາທາງດ້ານ​ເສດຖະກິດ, ໝັ້ນຄົງທາງດ້ານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ກາຍ​ເປັນ​ສູນ​ເສດຖະກິດ, ການ​ເມືອງ, ວັດທະນະທຳ​ຂອງ​ເຂດ ​ໄຕ​ບັກ.

        ສຸສານ​​ເອກະ​ລາດ ​ແມ່ນ 1 ​ໃນ​ຈຳນວນ​ສຸສານ 3 ​ແຫ່ງ​ຂອງ​ແຂວງ ດ້ຽນບຽນ​ຝູ ​ໄດ້​ຮັບ​ການຮັບຮອງ​ວ່າເປັນ​ສຸສານນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ລະດັບ​ຊາດ, ​ໄດ້​ເຕົ້າ​ໂຮມອັດ​ຖີຂອງ​ນັກຮົບກ່ວາ 2.400 ຄົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ໃນ​ການ​ຕໍ່ສູ້​ຕ້ານລ່າ​ເມືອງ​ຂຶ້ນ​ຝຣັ່ງ, ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ​ໃນ​ນັ້ນ​ມີ​​ບັນດາ​ນັກຮົບ​ເສຍສະ​ຫຼະຊີວິດ​​ເມື່ອ​ປະຕິບັດ​ໜ້າ​ທີ່​ສາກົນ​ຢູ່ ລາວ. ​

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສູນ​ກາງ​ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ​ໄດ້​ສົມທົບ​ກັບ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ແລະ ກຸ່ມ​ບໍລິສັດ​ນຳ້ມັນ​ເຊື້ອ​ໄຟ ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ປຸກລະດົມ​ການ​ເສັງ​ຂຽນ “ຄວາມ​ຊົງ​ຈຳ ກ່ຽວ​ກັບ​ດ້ຽນບຽນ”.

ກ່າວ​ຄວາມ​ເຫັນ​ນະ​ພິທີ​ປຸກລະດົມ​ການ​​ເສັງ, ພົນ​ຕີ ຟຸ່ງຄັກ​ດັງ, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ການ​ເສັງ, ຊີ້​ແຈ້ງວ່າ:

“​ໃນ​ການ​ເສັງ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ດ້ຽນບຽນ​ຝູ ຄັ້ງ​ນີ້, ຄະນະ​ຈັດ​ຕັ້ງ​ການ​ເສັງ​ປາຖະໜາ​ຢາກ​ປະກອບສ່ວນ​ເຂົ້າ​ໃນ​ການ​ສຶກສາ​ມູນ​ເຊື້ອ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ, ​ເພື່ອສືບ​ຕໍ່​ເພີ່ມ​​ເຂົ້າ​ສາງ​ເອກະສານ​ໄຊຊະນະ​ດ້ຽນບຽນ​ຝູ ບັນດາ​ເອກະສານ​ອັນ​ລ້ຳ​ຄ່າ ຈາກ​ຜູ້​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ ​ແລະ ຮັບ​ໃຊ້​ບັ້ນ​ຮົບ ດ້ຽນບຽນ​ຝູໂດຍ​ກົງ”.

ສ່ວນ​ທ່ານ ຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ຈະ​ອອກ​ອາກາດບັນດາບົດ​ເຂົ້າ​ຮ່ວມ​ການ​ເສັງ​ໃນ​ລາຍການ​ນັກຮົບ​ເກົ່າ​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ກໍ່​ຈະ​ອອກ​ອາກາດ​ຜ່ານ​ພາຫະນະ​ສື່​ມວນ​ຊົນ​ຕ່າງໆ​ຂອງ​ວິທະຍຸ​ກະຈາຍສຽງ​ຄື: ວິທະຍຸ, ​ໂທລະພາບ, ສື່​ເອ​ເລກ​ໂຕ​ນິກ ​ແລະ ສື່​ສິ່ງ​ພິມ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ ​ແລະ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ“

 

ຂ່າວ/ບົດ​ອື່ນ