ສະເຫຼີມສະຫຼອງ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນ ໃນເຂດທຳນຽບປະທານປະເທດ”

(VOVWORLD) - ງານວາງສະແດງ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນໃນເຂດທຳນຽບປະທານປະເທດ” ໄດ້ສະແດງບັນດາຮູບຖ່າຍກ່ຽວກັບການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ

ສະເຫຼີມສະຫຼອງ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນ ໃນເຂດທຳນຽບປະທານປະເທດ” - ảnh 1ບ່ອນວາງສະແດງຮູບຖ່າຍ ສະເຫຼີມສະຫຼອງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນ ຄົບຮອບ 60 ປີ

(ພາບ: Thanh Tùng/TTXVN)

ວັນທີ 11 ພຶດສະພາ, ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ທີ່ທຳນຽບປະທານປະເທດໄດ້ຈັດຕັ້ງງານວາງສະແດງ ແລະ ກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ວ່າ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານ ປະທານໂຮ່ຈີມິນ ໃນເຂດທຳນຽບປະທານປະເທດ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນ ຄົບຮອບ 60 ປີ (5/1958 – 5/2018); ສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890 – 19/5/2018).

        ງານວາງສະແດງ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນໃນເຂດທຳນຽບປະທານປະເທດ” ໄດ້ສະແດງບັນດາຮູບຖ່າຍກ່ຽວກັບການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ຕິດພັນກັບເຮືອນຮ້ານຈາກ “ນະຄອນຫຼວງແຫ່ງການຕໍ່ຕ້ານຢູ່ ຫວຽດບັກ ຈົນຮອດເວລາເພິ່ນ ກັບເມືອນະຄອນຫຼວງ ຮ່າໂນ້ຍ.”

        ກອງປະຊຸມສຳມະນາວິທະຍາສາດ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນໃນເຂດທຳນຽບປະທານປະເທດ” ໄດ້ຮັບການຈັດຕັ້ງແນໃສ່ຍົກສູງຄຸນນະພາບໃນວຽກງານອະນຸລັກຮັກສາ, ໂຄສະນາ, ເສີມຂະຫຍາຍຄຸນຄ່າຂອງປູຊະນີຍະສະຖານລະດັບຊາດພິເສດກ່ຽວກັບປະທານໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ