ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະຖາບັນການປົກຄອງແຫ່ງຊາດ

(VOVWORLD) - ຕອນເຊົ້າວັນທີ 08 ມິຖຸນາ ຢູ່ຮ່າໂນ້ຍ, ຫວຽດນາມ, ສະຖານບັນການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນຄົບຮອບຂອງຕົນ (29/05/1959 – 29/05/2019).
ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະຖາບັນການປົກຄອງແຫ່ງຊາດ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: VGP)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ: ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່, ຮຽກຮ້ອງວຽກງານບຳລຸງກໍ່ສ້າງພະນັກງານ, ລັດຖະກອນ, ແຫຼ່ງກຳລັງໃຫ້ຂົງເຂດພາກລັດ ຕ້ອງໄດ້ປ່ຽນແປງໃໝ່ຢ່າງຂ້ຽວຂາດ ແລະ ປ່ຽນແປງໃໝ່ຢ່າງເລິກເຊິ່ງກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ພັດທະນາສະຖາບັນການປົກຄອງແຫ່ງຊາດຕິດພັນກັບເປົ້າໝາຍກໍ່ສ້າງຖັນແຖວພະນັກງງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດທີ່ມີຄຸນນະທາດ, ກຳລັງຄວາມສາມາດຢ່າງຄົບຖ້ວນ ແລະ ມີອິດທິພົນຊື່ສຽງ, ເທົ່າທຽມກັບໜ້າທີ່, ເຮັດວຽກຢ່າງມີປະສິດທິຜົນໃນສະພາບແວດລ້ອມແຫ່ງການເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4. ສະຖາບັນຄວນສ້າງຍຸດທະສາດການບຳລຸງກໍ່ສ້າງ, ໃນນັ້ນ ຍູ້ແຮງການຮ່ວມມືສາກົນ, ພິເສດແມ່ນກັບ ລາວ ແລະ ກຳປູເຈຍ.

       ທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊເອກະລາດຊັ້ນ 2 ໃຫ້ສະຖາບັນການປົກຄອງແຫ່ງຊາດ ແລະ ໃບຍ້ອງຍໍໃຫ້ໝູ່ຄະນະ, ສ່ວນບຸກຄົນຂອງສະຖາບັນ.

ຕອບກັບ

ຂ່າວ/ບົດ​ອື່ນ