ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກ ເລກທີ 79 – 81 ຖະໜົນ ຫຼີນາມເດ໊

(VOVWORLD) - ຕອນຄ່ຳວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກເລກທີ 79 – 81 ຖະໜົນ ຫຼີນາມເດ໊ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະປະຕິບັດງານພາກຕາເວັນຕົກ (1959 - 2019).

 ຄະນະປະຕິບັດງານພາກໃຕ້ເປັນອົງການລັບໂດຍພັນເອກ ຫວໍງວຽນຢ໊າບ ເປັນຫົວໜ້າຄະນະ ແນໃສ່ຕິດຕາມ, ຄົ້ນຄວ້າ, ຊີ້ນຳການຊ່ວຍໜູນໃຫ້ການປະຕິວັດ ລາວ.

ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກ ເລກທີ 79 – 81 ຖະໜົນ ຫຼີນາມເດ໊ - ảnh 1 ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດທູດ ລາວ ປະຈຳ ຫວຽດນາມ

        ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ; ທ່ານ ເຈິ່ນວັນຕີ໊ວ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ; ທ່ານພົນຈັດຕະວາ ຮີ່ງດັກເຮືອງ, ຫົວໜ້າຄະນະຕິດຕໍ່ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຊ່ວຍ ລາວ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດຊຸມຊົນ 79 – 81 ຫຼີນາມເດ໊ ທຸກຖ້ວນໜ້າ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າ ສາຍພົວພັນແບບພິເສດ ລາວ - ຫວຽດນາມ ແມ່ນສາຍພົວພັນທີ່ຫາຍາກໃນການພົວພັນສາກົນ, ອາດເວົ້າໄດ້ວ່າ ໃນໂລກນີ້ ມີພຽງແຕ່ການພົວພັນ ລາວ ແລະ ຫວຽດນາມ ແມ່ນການພົວພັນທີ່ໄດ້ຮັບການເພິ່ມພູນຄູນສ້າງດ້ວຍເລືອດເນື້ອຂອງປະຊາຊົນ, ນັກຮົບປະຕິວັດຂອງ 2 ປະເທດ. ບັນດາສະຫາຍໃນເຂດຊຸມຊົນແມ່ນໜຶ່ງໃນບັນດານັບຮົບທະຫານອາສາສະໝັກ, ຜູ້ຊ່ຽວຊານການທະຫານໄດ້ຮຽງບ່າຮຽງໄລ່, ພ້ອມກັບທະຫານ ແລະ ປະຊາຊົນ ລາວ ຕໍ່ສູ້ຢ່າງພິລາອາດຫານຕ້ານພວກຈັກກະພັດເຂົ້າມາຮຸກຮານ ເພື່ອພາລະກິດການປະຕິວັດລາວ. ທ່ານ ແສງເພັດ ຮຸ່ງບຸນຍວງ ແບ່ງປັນຄວາມຮູ້ສຶກວ່າ: 

ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກ ເລກທີ 79 – 81 ຖະໜົນ ຫຼີນາມເດ໊ - ảnh 2 ບັນດາຜູ້ແທນເຂົ້າຮ່ວມພິທີ
ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກ ເລກທີ 79 – 81 ຖະໜົນ ຫຼີນາມເດ໊ - ảnh 3 ລາຍການສະແດງສິລະປະຂອງນັກສຶກສາລາວຮຽນຢູ່ ຫວຽດນາມ

 ນອກຈາກບັນດາລາຍການສິລະປະສະແດງຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງແລ້ວ, ບັນດາແຂກຖືກເຊີນຍັງໄດ້ຮັບປະທານອາຫານພື້ນເມືອງຂອງ ຫວຽດນາມ ກໍ່ຄືຂອງ ລາວ ອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ