ສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ

(VOVWORLD) - ລາຍການພົບປະແລກປ່ຽນສິລະປະ “ເສັ້ນທາງມະຫັດສະຈັນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງ ໂຮ່ຈີມິນ - ວັນສ້າງຕັ້ງທະຫານ ເຈື່ອງເຊີນ (09/05/1959 – 19/05/2019) ໄດ້ຈັດຕັ້ງໃນຕອນຄ່ຳວັນທີ 09 ພຶດສະພາ, ຢູ່ຫຼັກໝາຍກິໂລແມັດເລກ 0, ເສັ້ນທາງ ເຈື່ອງເຊີນ, ເທດສະບານ ເຕິນກີ່, ເມືອງ ເຕິນກີ່, ແຂວງ ເງະອານ. 

ລາຍການສະແດງສິລະປະດັ່ງກ່າວ ໂດຍກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ສົມທົບກັບບັນດາກົມກອງຈັດຕັ້ງປະຕິບັດ.

ສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ - ảnh 1 ລາຍການພົບປະແລກປ່ຽນສິລະປະ “ເສັ້ນທາງມະຫັດສະຈັນ” 

        ກ່າວຄຳເຫັນທີ່ລາຍການ, ທ່ານພົນຕີ ເລຮ່ຽນເວິນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຢືນຢັນວ່າ: ລາຍການພົບປະແລກປ່ຽນສະແດງສິລະປະ “ເສັ້ນທາງມະຫັດສະຈັນ” ແມ່ນການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະຊີວິດອັນໃຫຍ່ຫລວງຂອງບັນດາລຸ້ນພໍ່, ລຸ້ນອ້າຍ, ຂອງທະຫານ ເຈື່ອງເຊີນ, ຊາວໜຸ່ມຕະລຸນບອນ, ກຳລັງຮັບໃຊ້ແນວຮົບ, ປະຊາຊົນບັນດາທ້ອງຖິ່ນ, ໃນນັ້ນ ມີພໍ່ແມ່ປະຊາຊົນບັນດາເຜົ່າເມືອງ ເຕິນກີ່, ແຂວງ ເງະອານ ໃນການຕໍ່ສູ້ກູ້ຊາດຕ້ານ ອາເມລິກາ, ປະກອບສ່ວນເຂົ້າໃນໄຊຊະນະປະຫວັດສາດລະດູບານໃໝ່ 1975, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ