ສະເຫຼີມ​ສະຫຼອງ 61 ປີ ແຫ່ງວັນ ແຂວງ ເບັ໊ນ​ແຈ ພ້ອມ​ກັນ​ລຸກ​ຮື​ຂຶ້ນ​ ແລະ ເຊີດ​ຊູ​ບັນ​ດາ​ນາມ​ມະ​ຍົດ “ກຳ​ມະ​ກອນ​ລຸກ​ຮື​ຂຶ້ນ”

(VOVWORLD) -  ຕອນຄ່ຳວັນທີ 16 ມັງກອນ, ແຂວງ ເບັ໊ນແຈ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 61 ປີ ແຫ່ງວັນ ແຂວງເບັ໊ນແຈພ້ອມກັນລຸກຮືຂຶ້ນ” (ວັນທີ 17 ມັງກອນ 1960 – 17 ມັງກອນ 2021) ແລະ ເຊີດຊູນາມມະຍົດ “ກຳມະກອນລຸກຮືຂຶ້ນ”. ທີ່ພິທີ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນສະພາບການ, ບັນຍາກາດ ແລະ ຂອບຂະໜາດປະຫວັດສາດຂອງຂະບວນການພ້ອມກັນລຸກຮືຂຶ້ນ ຢູ່ດິນແດນເບັ້ນແຈ ໃນ 61 ປີຄືນຫຼັງ.
ສະເຫຼີມ​ສະຫຼອງ 61 ປີ ແຫ່ງວັນ ແຂວງ ເບັ໊ນ​ແຈ ພ້ອມ​ກັນ​ລຸກ​ຮື​ຂຶ້ນ​ ແລະ ເຊີດ​ຊູ​ບັນ​ດາ​ນາມ​ມະ​ຍົດ “ກຳ​ມະ​ກອນ​ລຸກ​ຮື​ຂຶ້ນ” - ảnh 1ການນຳພັກແຂວງ ເບັ໊ນແຈ ມອບນາມມະບົດ  “ກຳມະກອນລຸກຮືຂຶ້ນ” 

ເສີມຂະຫຍາຍນ້ຳໃຈລຸກຮືຂຶ້ນໃນປີ 1960, ອົງຄະນະພັກ - ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນ ແຂວງ ເບັ໊ນແຈ ໄດ້ແຂ່ງຂັນກັນສ້າງຂະບວນການ “ລຸກຮືຂຶ້ນໃນສະໄໝໃໝ່”. ນັ້ນແມ່ນການເພີ່ມທະວີການອອກແຮງງານ, ທຳການຜະລິດ, ພັດທະນາເສດຖະກິດ, ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ, ກໍ່ສ້າງພື້ນຖານໂຄງລ່າງ, ສ້າງຊົນນະບົດໃໝ່; ຕັ້ງໜ້າປ້ອງກັນ, ສະກັດກັ້ນໂລກລະບາດ, ໄພທຳມະຊາດ, ໄພແຫ້ງແລ້ງ... ຈາກນັ້ນ ຊ່ວຍແຂວງ ເບັ໊ນແຈ ຫຼຸຸດພົ້ນອອກຈາກສະພາບທີ່ຫຍຸ້ງຍາກ, ສູ້ຊົນກາຍເປັນແຂວງພັດທະນາຢູ່ລະດັບປານກາງ ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ