ສະເຫຼີມສະຫຼອງ 61 ປີ ແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມ ຫວຽດນາມ

(VOVWORLD) - ຕອນຄຳ່ວັນທີ 8 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 61 ປີ ແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມ ຫວຽດນາມ
ສະເຫຼີມສະຫຼອງ 61 ປີ ແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມ ຫວຽດນາມ - ảnh 1 ສະເຫຼີມສະຫຼອງ 61 ປີ ແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມ ຫວຽດນາມ

(15/10/1956 -15/10/2017). ທີ່ພິທີ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ຍ້ອງຍໍ ແລະ ມອບລາງວັນ “15/10“ ໃຫ້ພະນັກງານສະມາຄົມ, ສະມາຊິກສະມາຄົມ, ຊາວໜຸ່ມດີເດັ່ນທີ່ມີຜົນງານຫຼາຍຢ່າງໃນວຽກງານສະມາຄົມ, ຂະບວນການຊາວໜຸ່ມ; ມອບລາງວັນ “ຊາວໜຸ່ມມີແບບແຜນດຳລົງຊີວິດທີດີ“ ໃຫ້ 10 ຄົນທີ່ມີຜົນງານດີເດັ່ນ, ເປັນແບບຢ່າງໃນຂົງເຂດຕ່າງໆ. ທ່ານ ຫງວຽນມິງເຕິມ, ຮອງປະທານສະຫະພັນຊາວໜຸ່ມນະຄອນ ຖູເຢົ່າໝົດ, ແຂວງ ບິ່ງເຢືອງ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນວ່າເລື່ອງໂຄສະນາໃນບັນດາວັນບຸນໃຫຍ່ຂອງສະພາຊາວໜຸ່ມ, ສະມາຄົມໄດ້ລະດົມກຳລັງໃຈຊາວໜຸ່ມຫຼາຍ ແລະ ເຮັດໃຫ້ການເຄື່ອນໄຫວນີ້ແຜ່ຂະຫຍາຍອອກ. ຜ່ານນັ້ນຊ່ວຍໃຫ້ບັນດາສະມາຊິກສະມາຄົມ, ສະມາຊິກຊາວໜຸ່ມເຫັນໄດ້ບົດບາດ, ໜ້າທີ່ຂອງຕົນເພື່ອສູ້ຊົນໃຫ້ນັບມື້ນັບເຕີບໃຫຍ່“.

        ປັດຈຸບັນ. ບັນດາຂະບວນການຊາວໜຸ່ມນັບມື້ນັບມີຫຼາຍຮູບຫຼາຍແບບ, ອຸດົມສົມບຸນ, ເສີມຂະຫຍາຍນຳ້ໃຈສາມັກຄີ, ປະຈັນບານ, ອາສາສະໝັກ ແລະ ກຳລັງແຮງຂອງຊາວໜຸ່ມໃນການປະຕິບັດໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ