ສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງກອງທັບ​ເຮືອ​ຫວຽດນາມ

(VOVWORLD) -  65 ປີ ຜ່ານພົ້ນໄປ, ຄໍາສາບານປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ ຍັງຄົງໄດ້ຝັງເລິກຢູ່ໃນດວງໃຈຂອງທະຫານເຮືອຫວຽດນາມແຕ່ລະຄົນ ເພື່ອປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະອັນສັກກະລະບູຊາຂອງປະເທດຊາດ
ສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງກອງທັບ​ເຮືອ​ຫວຽດນາມ - ảnh 1ນັກຮົບປະຈໍາຢູ່ໝູ່ເກາະເຈື່ອງຊາ (ພາບ: Thu Lan) 

        ວັນທີ 7 ພຶດສະພາ, ກອງທັບເຮືອປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 65 ປີ (07/5/1955 – 07/05/2020). ດ້ວຍກໍາລັງເປັນອົງການທໍາອິດ ແມ່ນກົມປ້ອງກັນຝັ່ງທະເລ, ໂດຍມີພະນັກງານ, ນັກຮົບ, ກໍາມະກອນພຽງແຕ່ 141 ຄົນ ແລະ ອາວຸດຍຸດໂທປະກອນທີ່ປະຖົມປະຖານ ແລະ ຫຼ້າຫຼັງ, ຜ່ານຜ່າໄລຍະ 65 ປີແຫ່ງການສ້າງຕັ້ງ ກໍາລັງດັ່ງກ່າວໄດ້ກາຍເປັນເຫຼົ່າທັບປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝ ດ້ວຍບັນດາພາກສ່ວນ ແລະ ກໍາລັງຄົບຖ້ວນ.

        ເຫຼົ່າທັບໄດ້ຮັບເອົາ ແລະ ນໍາໃຊ້ວັດຖຸອຸປະກອນ, ອາວຸດໃໝ່ຫຼາຍປະເພດ ແລະ ທັນສະໄໝເຂົ້າເຄື່ອນໄຫວ. ບັນດານັກຮົບກໍເປັນເຈົ້າຂອງວັດຖຸອຸປະກອນ, ອາວຸດທີ່ທັນສະໄໝຫຼາຍທີ່ສຸດ, ກຽມພ້ອມເຂົ້າຮ່ວມບັນດາແບບວິທີສູ້ຮົບທີ່ສູງສຸດ; ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ກຽມພ້ອມສູ້ຮົບປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະອັນສັກກະລະບູຊາຂອງປະເທດຊາດໃນທຸກກໍລະນີໄດ້ຢ່າງທັນການ. ນັກຮົບແຕ່ລະຄົນ ໄດ້ສຸມໃສ່ຍົກສູງຄຸນນະພາບ, ເຂົ້າຮ່ວມການຝຶກແອບ ເພື່ອທັງສູ້ຮົບເກັ່ງ, ທັງມີຄຸນທາດການເມືອງໝັ້ນແກ່ນ; ຖືໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະເປັນເປົ້າໝາຍຝຶກແອບ, ປະຕິບັດທິດນໍາ “ຮັກສາຄວາມຄົງຕົວ, ຮັບມືກັບສິ່ງທີ່ປ່ຽນແປງ” ໃນການຕໍ່ສູ້ປົກປັກຮັກສາອະທິປະໄຕຂອງປະເທດຊາດຢູ່ທະເລ.

        65 ປີ ຜ່ານພົ້ນໄປ, ຄໍາສາບານປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ ຍັງຄົງໄດ້ຝັງເລິກຢູ່ໃນດວງໃຈຂອງທະຫານເຮືອຫວຽດນາມແຕ່ລະຄົນ ເພື່ອປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະອັນສັກກະລະບູຊາຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ