ສະເຫຼີມສະຫຼອງ 65 ປີແຫ່ງວັນທ່ານປະທານ ໂຮ່ຈີມິນ ລົງຢ້ຽມຢາມໝູ່ບ້ານຊາວປະມົງ ກາດບາ

(VOVWORLD) -ຈຸດພົ້ນເດັ່ນຂອງງານບຸນແມ່ນລາຍການສິລະປະ “ກາດບາສີຂຽວ 2024” ສະເຫຼີມສະຫຼອງ 65 ປີແຫ່ງວັນທ່ານປະທານ ໂຮ່ຈີມິນ ລົງຢ້ຽມຢາມໝູ່ບ້ານຊາວປະມົງເປີດປີທ່ອງທ່ຽວກາດບາ 2024 ຊຶ່ງໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 31 ມີນາຢູ່ ເທດສະບານກາດບາ ເມືອງກາດຫາຍ
ສະເຫຼີມສະຫຼອງ 65 ປີແຫ່ງວັນທ່ານປະທານ ໂຮ່ຈີມິນ ລົງຢ້ຽມຢາມໝູ່ບ້ານຊາວປະມົງ ກາດບາ - ảnh 1ລາຍການປ່ອຍບາລຸນກໍນອນໃນຂອບເຂດສະເຫຼີມສະຫຼອງ 65 ປີແຫ່ງວັນທ່ານປະທານ ໂຮ່ຈີມິນ ລົງຢ້ຽມຢາມໝູ່ບ້ານຊາວປະມົງກາດບາ

    ສະເຫຼີມສະຫຼອງ 65 ປີແຫ່ງວັນທ່ານປະທານ ໂຮ່ຈີມິນ ລົງຢ້ຽມຢາມໝູ່ບ້ານຊາວປະມົງ ກາດບາ (31ມີນາປີ1959 – 31ມີນາປີ2024) ແລະ ວັນມູນເຊື້ອຂອງຂະແໜງສິນໃນນ້ຳຫວຽດນາມ (1 ເມສາ), ເມືອງ ກາດຫາຍ, ນະຄອນຫາຍຟ່ອງ ໄດ້ຈັດຕັ້ງ ການເຄື່ອນໄຫວທີ່ຟົດຟື້ນຫຼາຍຢ່າງ; ພ້ອມກັນນັ້ນກໍເປີດປີທ່ອງທ່ຽວ ກາດບາ 2024.

   ຈຸດພົ້ນເດັ່ນຂອງງານບຸນແມ່ນລາຍການສິລະປະ “ກາດບາສີຂຽວ 2024” ສະເຫຼີມສະຫຼອງ 65 ປີແຫ່ງວັນທ່ານປະທານ ໂຮ່ຈີມິນ ລົງຢ້ຽມຢາມໝູ່ບ້ານຊາວປະມົງເປີດປີທ່ອງທ່ຽວກາດບາ 2024 ຊຶ່ງໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 31 ມີນາຢູ່ ເທດສະບານກາດບາ ເມືອງກາດຫາຍ. ພາຍຫຼັງລາຍການສິລະປະ ແມ່ນລາຍການສະແດງຍິງບັ້ງໄຟດອກຢູ່ສູນທ່ອງທ່ຽວກາດບາ.

ຕອບກັບ

ຂ່າວ/ບົດ​ອື່ນ