ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນ ລາວ ຢູ່ຫວຽດນາມ

ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນ ລາວ ຢູ່ຫວຽດນາມ - ảnh 1
(ສະ​ເຫຼີ​ມສະຫຼອງ​ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ ຢູ່​ຫວຽດນາມ)

(vovworld) - ຕອນ​ຄໍ່າ​ວັນ​ທີ 15/01, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ​ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ (20/01/1949 – 20/01/2014). ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ມີ​ທ່ານ ສົມ​ພອນ ສີ​ຈະ​ເລີ​ນ ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ​ຫວຽດນາມ, ພົນ​ໂທ ​ໂງ​ຊວນ​ລິກ, ​ເລຂາ​ສູນ​ກາງ​ພັກ​, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ, ພ້ອມ​ກັບນາຍ ​ແລະ ພົນ​ທະຫານ​ຫວຽດນາມ ​ແລະ ລາວ ລຸ້ນ​ຕ່າງໆ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ ​​ໃຫ້​ຮູ້​ວ່າ: ຕະຫຼອດ​​ໄລຍະ​ແຫ່ງ​ການ​ຕໍ່ສູ້​ເພື່ອ​ຍາດ​ເອົາ​ຄວາມ​ເປັນ​ເອກະລາດ, ກອງທັບ ​ແລະ ປະຊາຊົນ​ລາວ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາ​ກກອງທັບ ​ແລະ ປະຊາຊົນບັນດາ​ປະ​ເທດ​ເມື່ອນມິດ. ພິ​ເສດ​ແມ່ນ​ການ​ສະໜັບສະໜູນ​ອັນ​ໃຫຍ່​ຫຼວງ, ລ້ຳ​ຄ່າ, ທັນ​ການຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ.


(ທ່ານເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ )

​ໂດຍ​ຕາງ​ໜ້າ​ພະນັກງານ, ນັກຮົບກອງທັບ​ປະຊາຊົນ​ຫວຽດນາມ ລຸ້ນ​ຕ່າງໆ​ທີ​ເຄີຍ​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ຮ່ວມກັບ​ກອງທັບ​ປະຊາຊົນ​ລາວ. ພົນ​ໂທ ​ໂງ​ຊວນ​ລິກ ​ເນັ້ນ​ໜັກ​ວ່າ.

  “​​ໂດຍເປັນ​ເພື່ອນ​ສະຫາຍ​ທີ່​ເຄີຍ​ຮຽງ​ບ່າ​ຮຽງ​ໄຫຼ່​ຢູ່​ສະໜາມຮົບ, ພະນັກງານ, ນັກຮົບ​ກອງທັບ​ປະຊາຊົນ​ຫວຽດນາມ ສະ​ແດງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຕໍ່​ບັນດາ​ຜົນງານ​ອັງ​ໃຫຍ່​ຫຼວງ ​ໃນ​ວິວັດ​ການ​ກໍ່ສ້າງ, ຕໍ່ສູ້, ​ເຕີບ​ໃຫຍ່​ຂອງ​ກອງທັບ​ປະຊາຊົນ​ລາວ ອ້າຍ​ນ້ອງ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ກອງທັບ​ປະຊາຊົນ​ລາວ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະງ່າ​ລາສີ​ຂອງ​ຕົນ, ຍາດ​ໄດ້​ບັນດາ​ຜົນງານ​ອັງ​ໃຫຍ່​ຫຼວງ​ກວ່າ​ອີກ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ”.

        ພິທີ​ສະ​ເຫຼີ​ມສະຫຼອງ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ກອງທັບປະຊາຊົນ​ລຸ້ງຕ່າງໆຂອງ 2 ປະ​ເທດ​ຫວນ​ຄືນ​ໄລຍະ​ພ້ອມ​ກັນ​ຕໍ່ສູ້​​ເພື່ອ​ຮັກສາ​ສັນຕິພາບ, ​ເອກະລາດ​ໃຫ້​ທັງ 2 ຊາດ.


ຂ່າວ/ບົດ​ອື່ນ