ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ບຸນກາຣີ

ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ບຸນກາຣີ - ảnh 1
(ພາບປະກອບ)

(vovworld) – ພິທີຊຸມນຸມ​ມິດ​ຕິງ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ບຸນ​ກາຣີ ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 07/03, ຢູ່​ນະຄອນ​ໂຮ່ຈິ​ມິນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເລກ໋ວກຮື​ງ, ປະທານ​ສະຫະ​ສະມາຄົມ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ຢືນຢັນ​ວ່າ, ຍາ​ມ​ໃດ​ປະຊາຊົນ​ຫວຽດນາມ ກໍ່​ຈົດ​ຈຳ​ການ​ສະໜັບ​ສະໜູນ, ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ທັງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ ​ແລະ ລັດຖະບານ​ບຸນ​ກາຣີ ​ໃນ​ພາລະກິດ​ຕໍ່ສູ້​ປົກ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ, ກໍ່​ຄື​ໃນ​ພາລະກິດສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ໃນ​ປະຈຸ​ບັນ. ​ໃນ​ໄລຍະ​ຜ່ານ​ມາ, ວົງ​ເງິນ​ການ​ຄ້າ 2 ສົ້ນ​ຫວຽດນາມ - ບຸນ​ກາຣີ ​​ໄດ້ເພີ່ມ​ຂຶ້ນ​ຢ່າງ​ລ້ຽນຕິດ ​ແຕ່ 15 – 20%/ປີ, ປະກອບ​ສ່ວນ​ປັບປຸງ ​ແລະ ​ເຮັດ​​ແໜ້ນ​ການ​ພົວພັນ​ລະຫວ່າງ  2 ປະ​ເທດ. ​​ໂດຍ​ຕາງໜ້າ​ໃຫ້​ສະຖານທູດ​ບຸນ​ກາຣີ ປະຈຳ​ຫວຽດນາມ, ທ່ານ Oleg Marinov, ຫົວໜ້າ​ຫ້ອງການ​​ເສດຖະກິດ - ການ​ຄ້າ ປະຈຳ​ນະຄອນ​ໂຮ່ຈິ​ມິນ ຖື​ວ່າ, ​ໃນ​ຕະຫຼອດ 65 ປີຜ່ານມາ, 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ມິດ​ຕະພາບ​ທີ່​ໃກ້ຊິດ​ສະໜິດ​ສະ​ໜົມ ​ແລະ ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ Oleg Marinov ຍັງ​ເນັ້ນ​ໜັກ​ວ່າ, ບັນດາ​ຜູ້​ຄົນຊາວ​ຫວຽດນາມ ທີ່​ເຄີ​ຍຮໍ່າຮຽນ, ດຳລົງ​ຊີວິດ ​ແລະ ປະຕິວັດ​ງານ​ຢູ່​ບຸນ​ກາຣີ ພວມ ​ແລະ ຈະ​ແມ່ນ​ຂົວ​ຕໍ່​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ອະນາຄົດ​.

ຂ່າວ/ບົດ​ອື່ນ