ສະເຫຼີມສະຫຼອງ 67 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

ສະເຫຼີມສະຫຼອງ 67 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ - ảnh 1
ພິທີ ສະ​ເຫຼີ​ມສະຫຼອງ 67 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ
​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຈີນ
(ພາບ: TTXVN
)

(vovworld) - ຕອນ​ຄຳ່​ວັນ​ທີ 13/1, ສະມາຄົມ​ມິດຕະພາບ ຫວຽດນາມ - ຈີນ, ນະຄອນ ​ໂຮ່ຈີ​ມິນ (ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ) ຈັດ​ຕັ້ງພິທີ ສະ​ເຫຼີ​ມສະຫຼອງ 67 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຈີນ (18/1/1950-18/1/2017). ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ​ເຢືອງກວາງ​ຮ່າ, ປະທານ ສະມາຄົມ​ມິດຕະພາບ ຫວຽດນາມ - ຈີນ, ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແລະ ຈີນ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຍາວ​ນານ. ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຊຸກຍູ້, ​ໃນ​ນັ້ນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ​ນັບ​ມື້​ນັບ​ເລິກ​ເຊິ່ງ. ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ​ກັບ​ບັນດາ​ທ້ອງ​ຖີ່​ນຂອງ​ຈີນ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຟົດ​ຟື້ນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ, ສະມາຄົມ​ມິດຕະພາບ ຫວຽດນາມ - ຈີນ, ນະຄອນ ​ໂຮ່ຈີ​ມິນ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກົງ​ສູນ​ໃຫຍ່, ສະຫະ​ສະມາຄົມ​ວິ​ສາ​ຫະກິດ ຈີນ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ, ສາມັກຄີ, ຮ່ວມ​ມື​ໃຫ້​ນັບ​ມື້​ນັບ​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ, ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ