ສະ​ເຫຼີມ​ສະຫຼອງ 70 ປີ ແຫ່ງວັນ​ມູນ​ເຊື້ອ​ຂອງກຳ​ລັງ​ຊາວ​ໜຸ່ມ​ຕະ​ລຸມບອນ

(VOVWORLD) -ເຫດການນີ້ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງກຳລັງຊາວໜຸ່ມຕະລຸມບອນທີ່ໄດ້ຕໍ່ສູ້ ແລະ ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ, ພິເສດ ແມ່ນເຊີດຊູບັນດາຄຸນງາມຄວາມດີ, ການປະກອບສ່ວນຂອງກຳລັງຊາວໜຸ່ມຕະລຸມບອນທີ່ໄດ້ຕໍ່ສູ້, ເສຍສະຫຼະຢູ່ສາມແຍກ ກໍ່ນ່ອຍ.
ສະ​ເຫຼີມ​ສະຫຼອງ 70 ປີ ແຫ່ງວັນ​ມູນ​ເຊື້ອ​ຂອງກຳ​ລັງ​ຊາວ​ໜຸ່ມ​ຕະ​ລຸມບອນ - ảnh 1(ພາບເອກະສານ) 

        ຕອນຄ່ຳວັນທີ 11 ກໍລະກົດ, ຢູ່ອະນຸສາວະລີ ຊາວໜຸ່ມຕະລຸມບອນ ທີ່ເມືອງມາຍເຊີນ, ແຂວງເຊີນລາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນແຂວງເຊີນລາ ໄດ້ສົມທົບກັບສະມາຄົມອະດີດຊາວໜຸ່ມຕະລຸມບອນແຂວງ ຈັດພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອຂອງກໍາລັງຊາວໜຸ່ມຕະລຸມບອນຫວຽດນາມ (15/07/1950 – 15/07/2020). ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນໄດ້ຖະຫວາຍດອກໄມ້, ຈູດທູບທຽນບູຊາອາໄລຫາບັນດານັກວິລະຊົນຊາວໜຸ່ມຕະລຸມບອນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ສາມແຍກ ກໍ່ນ່ອຍ. ເຫດການນີ້ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງກຳລັງຊາວໜຸ່ມຕະລຸມບອນທີ່ໄດ້ຕໍ່ສູ້ ແລະ ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ, ພິເສດ ແມ່ນເຊີດຊູບັນດາຄຸນງາມຄວາມດີ, ການປະກອບສ່ວນຂອງກຳລັງຊາວໜຸ່ມຕະລຸມບອນທີ່ໄດ້ຕໍ່ສູ້, ເສຍສະຫຼະຢູ່ສາມແຍກ ກໍ່ນ່ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ