ສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອກຳລັງພະລາທິການເຕັກນິກຕຳຫຼວດປະຊາຊົນ

(VOVWORLD) - ຜ່ານໄລຍະ 70 ປີແຫ່ງການສ້າງຕັ້ງ, ຕໍ່ສູ້ ແລະ ເຕີບໃຫຍ່, ກຳລັງພະລາທິການ - ເຕັກນິກໄດ້ພັດທະນາຢ່າງເຂັ້ມແຂງ, ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ. ກຳລັງພະລາທິການ - ເຕັກນິກຕຳຫຼວດປະຊາຊົນປະຕິບັດໜ້າທີ່ເປັນເສນາທິການ
ສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອກຳລັງພະລາທິການເຕັກນິກຕຳຫຼວດປະຊາຊົນ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ທີ່ພິທີ

ຕອນເຊົ້າວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອກຳລັງພະລາທິການ, ເຕັກນິກກຳລັງຕຳຫຼວດປະຊາຊົນ (25/1/1948 – 25/1/2018) ແລະ ຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ. ຜ່ານໄລຍະ 70 ປີແຫ່ງການສ້າງຕັ້ງ, ຕໍ່ສູ້ ແລະ ເຕີບໃຫຍ່, ກຳລັງພະລາທິການ - ເຕັກນິກໄດ້ພັດທະນາຢ່າງເຂັ້ມແຂງ, ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ. ກຳລັງພະລາທິການ - ເຕັກນິກຕຳຫຼວດປະຊາຊົນປະຕິບັດໜ້າທີ່ເປັນເສນາທິການ, ສະເໜີບັນດາແຜນນະໂຍບາຍ, ນະໂຍບາຍ, ລະບອບ, ມາດຖານດ້ານພະລາທິການ - ເຕັກນິກເປັນຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ວຽກງານ, ຕໍ່ສູ້ເປັນປະຈຳ ແລະ ທັນການ. ຜ່ານນັ້ນ, ປະກອບສ່ວນປົກປັກຮັກສາພື້ນຖານຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງຊາດໄວ້ຢ່າງໝັ້ນຄົງ, ຮັບໃຊ້ ໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມຢ່າງມີປະສິດທິຜົນ.

        ກ່າວຄຳເຫັນທີິ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ກຳລັງພະລາທິການ - ເຕັກນິກຕຳຫຼວດ ປະຊາຊົນສືບຕໍ່ປ່ຽນໃໝ່, ມີຫົວຄິດປະດິດສ້າງ, ຄົ້ນຄ້ວາວິທະຍາສາດ - ເຕັກໂນໂລຊີ, ກຳແໜ້ນບັນດາກາລະໂອກາດ, ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4.

ຕອບກັບ

ຂ່າວ/ບົດ​ອື່ນ