ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນດ້ານການ​ທູດ ລະ​ຫວ່າງ ຫວຽດ​ນາມ-ຮຸ່ງ​ກາ​ຣີ

(VOVWORLD) -ຕອນບ່າຍວັນທີ 17 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ກົງສູນໃຫຍ່ ຮຸ່ງກາຣີ ປະຈຳ ນະຄອນ ໂຮ່ຈີມີນ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນດ້ານການທູດ ລະຫວ່າງ ຫວຽດນາມ-ຮຸ່ງກາຣີ (1950-2020).
ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນດ້ານການ​ທູດ ລະ​ຫວ່າງ ຫວຽດ​ນາມ-ຮຸ່ງ​ກາ​ຣີ - ảnh 1ທ່ານ ຫງວຽນກວາງວີງ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ-ຮຸ່ງກາຣີ ຢູ່ ນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ພິທີ (ພາບ: TTXVN) 

ທີ່ພິທີ, ທ່ານ ຫງວຽນກວາງວີງ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ-ຮຸ່ງກາຣີ ຢູ່ ນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ 70 ປີ ຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ຮຸ່ງກາຣີ ນັບມື້ນັບມີການພັດທະນາຢ່າງດີງາມໃນທຸກຂົງເຂດ. ພິເສດ, ສອງຝ່າຍໄດ້ເຫັນດີຍົກການພົວພັນສອງປະເທດຂຶ້ນ ເປັນຄູ່ຮ່ວມມືຮອບດ້ານໃນປີ 2018.

ທ່ານນາງ Szojka Éva Szivia ຫົວໜ້າກົງສຸນໃຫຍ່ ຮຸ່ງກາຣີ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຕີລາຄາສູງຕໍ່ ຜົນສຳເລັດຢ່າງຕັ້ງໜ້າເຊິ່ງ ຫວຽດນາມ ບັນລຸໄດ້ໃນ ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ທ່ານນາງ Szojka Éva Szivia ກໍ່ຢັ້ງຢືນວ່າ ກົງສຸນໃຫຍ່ ຮຸ່ງກາຣີ ພວມມານະພະຍາຍາມຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈີມິນ ໃນບັນດາຂົງເຂດ ເສດຖະກິດ, ສຶກສາ, ວັດທະນາທຳ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ການທູດປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ