ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ

(VOVWORLD) - ຕອນເຊົ້າວັນທີ 14 ກັນຍາ, ທີ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ (1949 - 2019). 
ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ: 70 ປີຜ່ານມາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢັ້ງຢືນໄດ້ທີ່ຕັ້ງ, ບົດບາດຂອງຕົນ. ສະຖາບັນໄດ້ກາຍເປັນອູ່ບຳລຸງສ້າງພະນັກງານໃຫ້ແກ່ພາລະກິດການປະຕິວັດຂອງພັກ ແລະ ປະເທດຊາດ. ໃນໄລຍະໃໝ່, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາໃໝ່ຂອງປະເທດຊາດ, ພິເສດແມ່ນຄວາມຮຽກຮ້ອງຕ້ອງການກ່ຽວກັບການກໍ່ສ້າງຖັນແຖວພະນັກງານທີ່ມີຄຸນນະທາດ, ກຳລັງຄວາມສາມາດ ແລະ ອິດທິພົນຊື່ສຽງ, ເທົ່າທຽມກັບໜ້າທີ່, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

        “ສະຖາບັນແມ່ນໂຮງຮຽນພັກທີ່ມີພາລະກຳໃຫ້ບຸລິມະສິດແຖວໜ້າແມ່ນການບຳລຸງກໍ່ສ້າງພະນັກງານການນຳ, ຜູ້ຄຸ້ມຄອງໃຫ້ພັກ ແລະ ທົ່ວລະບົບການເມືອງ ທີ່ມີລັກສະນະດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມ, ບໍ່ເຫັນແກ່ສ່ວນຕົວ, ເທົ່າທຽມກັບໜ້າທີ່ຢ່າງແທ້ຈິງ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ກັບພາລະກິດການປະຕິວັດ, ສຸດຈິດສຸດໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ພ້ອມທັງ ສະຖາບັນຄວນສຸມໃສ່ຄົ້ນຄວ້າ, ກຳແໜ້ນລັດທິ ມາກ - ເລນິນ, ແນວຄິດ ໂຮ່ຈີມິນ, ປົກປັກຮັກສາ, ປັບປຸງ, ພັດທະນາພື້ນຖານແນວຄິດຂອງພັກ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ມອບໜ້າທີ່ໃຫ້ພະນັກງານ, ຄູອາຈານ, ສຳມະນາກອນໂຮງຮຽນ. ກ່ອນອື່ນໝົດ, ສະຖາບັນຄວນຕັດສິນໃຈປ່ຽນແປງໃໝ່ວຽກງານບຳລຸງກໍ່ສ້າງພະນັກງານຢ່າງແຮງກ່ວາອີກ; ອອກເຫື່ອເທແຮງ ແລະ ສຸມແຫຼ່ງກຳລັງແກ່ວຽກງານຄົ້ນຄວ້າວິທະຍາສາດໃຫ້ຫລາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ