ສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

(VOVWORLD) - ວັນທີ 26 ມີນາ, ຢູ່ ປັກກິງ, ຈີນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18/1/1950 – 18/1/2021) ຢ່າງສົມກຽດ. 
ສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ - ảnh 1ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ

  ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ເນັ້ນໜັກວ່າ ປີ 2021 ມີຄວາມໝາຍສຳຄັນທີ່ສຸດສຳລັບທັງ ຫວຽດນາມ ແລະ ຈີນ ແມ່ນປີທຳອິດ ຫວຽດນາມ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, “ແຜນການພັດທະນາເສດຖະກິດສັງຄົມ 5 ປີໄລຍະ 2021 – 2025” ແລະ  “ຍຸດທະສາດພັດທະນາເສດຖະກິດສັງຄົມ 10 ປີໄລຍະ 2021 - 2030”. ຈີນ ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຈີນ ແລະ ເລີ່ມປະຕິບັດ “ແຜນການພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 14 ແລະ ເປົ້າໝາຍວິໄສທັດຮອດປີ 2035”.

        ວັນທີ 08 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີການໂອ້ລົມທາງໂທລະສັບ, ຍົກອອກການກຳນົດທິດກ່ຽວກັບການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນໄລຍະຈະມາເຖິງ. ດ້ວຍເນື້ອໃນຈິດໃຈນັ້ນ ສະເໜີ 2 ຝ່າຍຄວນປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງຄົບຖ້ວນ, ມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເປີດກ້ວາງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ…ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາປອດໃສ, ສະຖຽນລະພາບ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ