ສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຢູ່ ເກີນເທີ

(VOVWORLD) - ວັນທີ 01 ກັນຍາ ຄະນະພັກນະຄອນ ເກີນເທີ ຈັດຕັ້ງພິທີສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 02 ກັນຍາ.
ສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຢູ່ ເກີນເທີ - ảnh 1 ພິທີສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 02 ກັນຍາ (ພາບອິນເຕີແນັດ)

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ມອບນາມມະຍົດ “ວິລະຊົນກຳລັງປະກອບອາວຸດປະຊາຊົນ” ໃຫ້ໝູ່ຄະນະຂະແໜງການແພດປະຊາຊົນເຂດທາງທິດຕາເວັນຕົກພາກໃຕ້, ທະຫານເຂດ 9, ກະຊວງປ້ອງກັນປະເທດ ຫວຽດນາມ ຍ້ອນມີຜົນງານດີເດັ່ນພິເສດໃນພາລະກິດຕໍ່ສູ້ຕ້ານ ອາເມລິກາ. ຕາງໜ້າຄະນະພັກນະຄອນ ເກີນເທີ ໄດ້ມອບຫຼຽນກາອາຍຸພັກ 30 ປີ, 40 ປີ, 45 ປີ ແລະ 50 ປີ ໃຫ້ບັນດາສະມາຊິກພັກ, ເຊິ່ງແມ່ນການນຳອະດີດການນຳບັນດາພະແນກ, ຄະນະ, ຂະແໜງການໃນບໍລິເວນນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ