ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ (7/9/1945-7/9/2020)

(VOVWORLD) -  ຕອນເຊົ້າວັນທີ 5 ກັນຍາ, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ (7/9/1945 – 7/9/2020).
ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ (7/9/1945-7/9/2020) - ảnh 1 ສະເຫຼີມສະຫຼອງ 75 ປິແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ (ພາບ: qdnd.vn)

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢືນຢັນວ່າ: ການສ້າງຕັ້ງກົມໃຫຍ່ເສນາທິການໃນວັນທີ 7/9/1945 ແມ່ນເຫດການປະຫວັດສາດ, ເປັນຂີດໝາຍ ບາດກ້າວແຫ່ງການເຕີມໃຫຍ່, ກອງທັບຫລວງຂອງກອງທັບປະຊາຊົນ ຫວຽດນາມ; ໃນສະພາບການໂລກພວມມີການຜັນແປຢ່າງສັບສົນ ແລະ ມອບໝາຍໜ້າທີ່ໃຫ້ກົມໃຫຍ່ເສນາທິການ ຄວນຊາບຊຶມແນວຄິດການທະຫານໂຮ່ຈີມິນ, ແນວທາງການທະຫານຂອງພັກໃຫ້ເລິກເຊິ່ງ, ໂດຍສະເພາແມ່ນແຜນຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່; ຮັບເອົາຢ່າງມີຄັດກອງ ນຳໃຊ້ວິທະຍາສາດ ເຕັກໂນໂລຊີການທະຫານທີ່ກ້າວໜ້າໃນໂລກຢ່າງມີຫົວຄິດປະດິດສ້າງ, ນຳພື້ນຖານວິທະຍາສາດ ແລະ ເຕັກນິກການທະຫານ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່; ພ້ອມກັນນັ້ນ ສືບຕໍ່ເປັນເສນາທິການ ຊີ້ນຳ, ປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ຜັນຂະຫຍາຍແຜນຍຸດທະສາດ, ແຜນນະໂຍບາຍ, ນະໂຍບາຍກົດໝາຍວ່າດ້ວຍການທະຫານການປ້ອງກັນຊາດໃຫ້ມີປະສິດທິຜົນ; ຍົກສູງການສົມທົບເສດຖະກິດກັບການປ້ອງກັນຊາດ, ການປ້ອງກັນຊາດກັບເສດຖະກິດໃຫ້ມີປະສິດທິຜົນ.

        ແລະກໍ່ໃນຕອນເຊົ້າວັນທີ 5 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕ້ອນຮັບຄະນະຜູ້ແທນບັນດາວິລະຊົນກຳລັງປະກອບອາວຸດ, ນາຍ ແລະ ພົນລະຫານຂັ້ນສູງໄດ້ ແລະ ພວມປະຕິບັດງານຢູ່ກົມສູ້ຮົບຜ່ານແຕ່ລະໄລຍະ.

ຕອບກັບ

ຂ່າວ/ບົດ​ອື່ນ