ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນຫວຽດນາມ ຢູ່ລາວ

(VOVWORLD) -ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບຜູ້ຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ
ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນຫວຽດນາມ ຢູ່ລາວ - ảnh 1 (ທ່ານພົນໂທ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງຕຳຫຼວດລາວ)

ຕອນຄ່ຳວັນທີ 18 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບຜູ້ຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ (19 ສິງຫາ 1945 – 19 ສິງຫາ 2020) ຂຶ້ນຢ່າງສົມກຽດ.

        ເຂົ້າຮ່ວມພິທີ, ທ່ານພົນໂທ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງຕຳຫຼວດລາວ ໄດ້ຊົມເຊີຍຜົນງານ 75 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ. ທ່ານພົນໂທ ວິໄລ ຫຼ້າຄຳຟອງ ຢືນຢັນວ່າ, ໃນສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ກຳລັງຕຳຫຼວດຂອງ 2 ປະເທດຄວນຍົກສູງສະຕິລະວັງຕົວກວ່າອີກ, ກຽມພ້ອມຕໍ່ສູ້ເຮັດໃຫ້ບັນດາກົນອຸບາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ ແລະ ການເຄື່ອນໄຫວຂອງບັນດາອາດຊະຍາກຳຖືກປະລາໄຊ, ເສີມຂະຫຍາຍນ້ຳໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນຢູ່ບັນດາຂົງເຂດວຽກງານ, ພ້ອມກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ