ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລາວ

(VOVWORLD) -ທ່ານພັນເອກ ຕ່າວວັນທ໊າຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຢ່າງໃຫຍ່ຫຼວງຈາກເພື່ອນມິດສາກົນ, ພິເສດແມ່ນການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງພັກ, ລັດ ແລະ ກອງທັບປະຊາຊົນລາວ ສຳລັບການເຕີບໃຫຍ່ຂອງກອງທັບປະຊາຊົນຫວຽດນາມ
ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລາວ - ảnh 1(ພິທີສະເຫຼີມສະຫຼອງ)

ຕອນຄ່ຳວັນທີ 13 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບອົງການທູດທະຫານ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 30 ປີແຫ່ງວັນທົ່ວປະປວງຊົນປ້ອງກັນຊາດ. ກ່າວຄຳເຫັນທີ່ພິທີ, ທ່ານພັນເອກ ຕ່າວວັນທ໊າຍ, ທູດທະຫານຫວຽດນາມ ປະຈຳລາວ ຢືນຢັນວ່າ, 75 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ, ກອງທັບຫວຽດນາມ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ປົກປ້ອງຜົນສຳເລັດອຳນາດການປົກຄອງປະຕິວັດ ແລະ ດຳເນີນການຕໍ່ຕ້ານ 2 ຄັ້ງເພື່ອປົກປັກຮັກສາປະເທດຊາດຢ່າງສຳເລັດຜົນ.         

          ທ່ານພັນເອກ ຕ່າວວັນທ໊າຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຢ່າງໃຫຍ່ຫຼວງຈາກເພື່ອນມິດສາກົນ, ພິເສດແມ່ນການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງພັກ, ລັດ ແລະ ກອງທັບປະຊາຊົນລາວ ສຳລັບການເຕີບໃຫຍ່ຂອງກອງທັບປະຊາຊົນຫວຽດນາມ ກໍ່ຄືໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ