ສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ ແລະ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະຣາແອນ

(VOVWORLD) - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫຼີ໋ດຶກຈູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອນ ໃຫ້ຮູ້ວ່າ: ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ ໃນວັນທີ 12 ກໍລະກົດ 1993
ສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ ແລະ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະຣາແອນ - ảnh 1ທ່ານ ຫຼີ໋ດຶກຈູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອນ ກ່າວຄຳເຫັນທີ່ພິທີ
(ພາບ:Văn Ứng)

ວັນທີ 23 ກໍລະກົດ, ຢູ່ນະຄອນຫຼວງ Tel Aviv (ປະເທດ ອິດສະຣາແອນ), ຄະນະປະຕິບັດງານລັດຖະບານ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ນຳໜ້າ, ໄດ້ເລີ່ມຕົ້ນການຢ້ຽມຢາມ ອິດສະຣາແອນ ຢ່າງເປັນທາງການ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ. ໃນຂອບເຂດການຢ້ຽມຢາມ, ຕອນຄ່ຳວັນດຽວກັນ, ຢູ່ ນະຄອນຫຼວງ Tel Aviv, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ (2/9/1945 – 2/9/2023) ແລະ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະຣາແອນ (12/7/1993 – 12/7/2023).

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫຼີ໋ດຶກຈູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອນ ໃຫ້ຮູ້ວ່າ: ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ ໃນວັນທີ 12 ກໍລະກົດ 1993, ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ ໄດ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ ໃນທຸກຂົງເຂດຢ່າງຕໍ່ເນື່ອງ. ບັນດາການນຳຂອງສອງປະເທດ ມີການຢ້ຽມຢາມ ແລະ ເຮັດວຽກຫຼາຍຄັ້ງ, ການຮ່ວມມືສ້າງຄວາມສະດວກໃຫ້ແກ່ການພັດທະນາການພົວພັນສອງຝ່າຍໃນບັນດາຂົງເຂດຈາກການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳອັດສະລິຍະ ຕະຫຼອດຮອດເຕັກໂນໂລຊີສູງ. ອິດສະຣາແອນ ພວມໜູນຊ່ວຍ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກ່ຽວກັບດ້ານວິທະຍາສາດເຕັກນິກ, ເສີມຂະຫຍາຍໂຄງການບຳລຸງສ້າງດ້ານກະສິກຳ.

        ກ່ອນໜ້ານັ້ນ, ກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ລົງຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ, ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ