ສະ​ເຫຼີມ​ສະຫຼອງ 79 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ຢູ່ຫຼາຍ​ປະ​ເທດ

(VOVWORLD) - ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນທີ່ມີສະຖຽນລະພາບ, ປອດໄສ ກັບຈີນ; ທ່ານໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ການພົວພັນ ຫວຽດນາມ - ຈີນມີຫຼາຍບາດກ້າວພັດທະນາຢ່າງເລິກເຊິ່ງ, ແທ້ຈິງ ແລະ ຮອບດ້ານໃນທຸກຂົງເຂດ.

ວັນທີ 28 ສິງຫາ, ຢູ່ປັກກິ່ງ, ສະຖານທູດ ຫວຽດນາມປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສສ.ຫວຽດນາມ (2/9/1945 – 2/9/2024). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ, ຟ້າມຊາວມາຍ ໄດ້ຫວນຄືນບັນດາຂີດໝາຍປະຫວັດສາດບົນເສັ້ນທາງ 79ປີແຫ່ງການພັດທະນາປະເທດຊາດ. ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນທີ່ມີສະຖຽນລະພາບ, ປອດໄສ ກັບຈີນ; ທ່ານໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ການພົວພັນ ຫວຽດນາມ - ຈີນມີຫຼາຍບາດກ້າວພັດທະນາຢ່າງເລິກເຊິ່ງ, ແທ້ຈິງ ແລະ ຮອບດ້ານໃນທຸກຂົງເຂດ.

ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ Preah Sihanouk ປະເທດກຳປູເຈຍ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Preah Sihanouk ໄດ້ຂຶ້ນພິທີສະເຫຼີມສະຫຼອງ 79ປີແຫ່ງວັນຊາດ. ກ່າວຄຳເຫັນທີ່ພິທີ, ທ່ານ ລ້າຍຊວັນຈຽນ ກົງສູນໃຫຍ່ ເນັ້ນໜັກເຖິງແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫັນເປັນຫຼາຍຝ່າຍ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເລິກເຊິ່ງກວ້າງຂວາງ ຕາມທິດທາງ “ຫວຽດນາມແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ຈິງໃຈ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ”, ປະເທດຫວຽດນາມ ສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງທີ່ເປັນໜ້າເອກອ້າງທະນົງໃຈໃນຂົງເຂດການຕ່າງປະເທດ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ລາຊະອານາຈັກ ແບນຊິກ ກິ່ງໂພແກ້ວ ພົມມະຫາໄຊ, ພັນລະຍາ ແລະ ພະນັກງານສະຖານທູດລາວ ໄດ້ມາສະຖານທູດ ຫວຽດນາມ ປະຈຳ Brussels ເພື່ອອວຍພອນວັນຊາດ. ສ່ວນຄະນະຜູ້ແທນສະຖານທູດລາວ ປະຈຳ ລາຊະອານາຈັກ ກຳປູເຈຍ ໂດຍທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ ນຳໜ້າກໍ່ໄດ້ມາຍັງສະຖານທູດຫວຽດນາມ ປະຈຳ ນະຄອນຫຼວງ ພະນົມເປັນ ເພື່ອອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 79 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ