ສະເຫຼີມສະຫຼອງ 8 ປີແຫ່ງວັນສ້າງກົນໄກຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ

(VOVWORLD) - ທ່ານ U Than Swe, ເຈົ້າໜ້າທີ່ຮັບຜິດຊອບດ້ານການທູດຂອງອຳນາດການປົກຄອງ ມຽນມາ ໄດ້ເນັ້ນໜັກເຖິງບົດບາດຂອງ MLC ໃນເລື່ອງຮັບປະກັນຄວາມສະເໝີພາບລະຫວ່າງບັນດາປະເທດ.
ສະເຫຼີມສະຫຼອງ 8 ປີແຫ່ງວັນສ້າງກົນໄກຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ - ảnh 1ທີ່ພິທີສະເຫຼີມສະຫຼອງ
(ພາບ :TTXVN)

        ພິທີສະເຫຼີມສະຫຼອງ 8 ປີແຫ່ງວັນສ້າງກົນໄກຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ (MLC) ຈັດຂຶ້ນໃນວັນທີ 28 ມີນາ, ຢູ່ນະຄອນຫຼວງ Nay Pyi Taw, ປະເທດ ມຽນມາ. ເຂົ້າຮ່ວມເຫດການມີຜູ້ຕາງໜ້າອົງການການທູດບັນດາປະເທດ ລາວ, ໄທ, ກຳປູເຈຍ, ຈີນ ແລະ ຫວຽດນາມ ປະຈຳ ມຽນມາ, ພ້ອມກັບແຂກຖືກເຊີນເກືອບ 200 ຄົນ.

        ກ່າວເຫັນທີ່ເຫດການ, ທ່ານ U Than Swe, ເຈົ້າໜ້າທີ່ຮັບຜິດຊອບດ້ານການທູດຂອງອຳນາດການປົກຄອງ ມຽນມາ ໄດ້ເນັ້ນໜັກເຖິງບົດບາດຂອງ MLC ໃນເລື່ອງຮັບປະກັນຄວາມສະເໝີພາບລະຫວ່າງບັນດາປະເທດ. ທ່ານຢືນຢັນວ່າ, ດ້ວຍຖານະເປັນປະທານຮ່ວມ MLC, ມຽນມາຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ ເພື່ອຊຸກຍູ້ MLC ຫຼາຍກວ່າອີກໃນອະນາຄົດ.

        ກົນໄກຮ່ວມມື MLC ໄດ້ສ້າງຂຶ້ນແຕ່ປີ 2015 ດ້ວຍການເຂົ້າຮ່ວມຂອງທັງ 6 ປະເທດເຂດແຄ້ມແມ່ນ້ຳຂອງ, ລວມມີ: ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. ກົນໄກດັ່ງກ່າວໄດ້ກາຍເປັນແບບຢ່າງຮ່ວມມືເປັນເອກະລັກສະເພາະຢູ່ພາກພື້ນ ແລະ ຕໍ່ກຳລັງແຮງໃຫ້ແກ່ການພັດທະນາຂອງພາກພື້ນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມເຂດອະນຸພາກພື້ນ, ຮັດແຄ້ບໄລຍະຫ່າງການພັດທະນາລະຫວ່າງບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ