ສະເຫຼີມສະຫຼອງ 84 ປີແຫ່ງວັນສ້າງຕັ້ງແນວໂຮມເອກະພາບແຫ່ງຊາດ​ຫວຽດ​ນາມ

ສະເຫຼີມສະຫຼອງ 84 ປີແຫ່ງວັນສ້າງຕັ້ງແນວໂຮມເອກະພາບແຫ່ງຊາດ​ຫວຽດ​ນາມ - ảnh 1
(ສະ​ເຫຼີ​ມສະຫຼອ​ງ 84 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​ໂຮມ​​ເອກະ​ພາບ​ປະ​ເທດ​ຊາດ)

(vovworld) – ຕອນ​ເຊົ້າ​ວັນ​ທີ 18/11, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 84 ປີ​ແຫ່ງ​ວັນ​ສ້າງ​ຕັ້ງແນວ​ໂຮມ​​ເອກະ​ພາບ​ປະ​ເທດ​ຊາດ (18/11/1930 – 18/11/2014). ຜ່ານ​ໄລຍະ 84 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ດ້ວຍ​ບັນດາ​ໄລຍະ, ສະພາບ​ການ​ທີ່​ແຕກ​ຕ່າງ​ກັນ, ແນວ​ໂຮມ​​ເອກະ​ພາບ​​ແຫ່ງ​ຊາດ​ກ່ອນ​ນີ້ ​ແລ​ະ ​ແນວ​ໂຮມ​ປະ​ເທດ​ຊາດ ​ໃນ​ປະຈຸ​ບັນ - ຍາມ​ໃດ​ກໍ່​ແມ່ນ​ພື້ນຖານ​ດ້ານ​ການ​ເມືອງ​ທີ່​ໝັ້ນຄົງ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ, ຂົນຂວາຍ, ​ເຕົ້າ​ໂຮມ​ທຸກ​ຄົນສາມັກຄີກັນ​ພ້ອມ​ກັນ​ສູ້​ສົນ, ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ. ​ເນື່ອງ​ໃນ​ໂອກາດ​ນີ້, ທາງ​ນະຄອນ​ໄດ້​ເຊີດ​ຊູ, ຍ້ອງຍໍ​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ທີ່​ບັນລຸ​ໄດ້ຜົນ​ງານ​ດີ​ເດັ່ນ​ໃນ​ການ​ປະຕິບັດ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ​ຮັກຊາດ​ຢູ່​ເຂດ​ຊຸມ​ຊົນ ​ແລະ ປຶກສາ​ຫາລື​ມາດ​ຕະການ​ຍູ້​ແຮງ, ຍົກ​ສູງ​ຄຸນ​ນະພາ​ບບັນດາ​ບັ້ນ​ຂົນຂວາຍ, ​ເພີ່ມ​ທະວີ, ​ເປີດ​ກວ້າງ​ກຸ່ມ​ກ້ອມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​​ໃນ​ປະຊາ​ຄົມ.

ຂ່າວ/ບົດ​ອື່ນ