ສະເຫຼີມສະຫຼອງ 87 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີ ແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ, ຕອນບ່າຍວັນທີ 16 ພະຈິກ, ພໍ່ແມ່ປະຊາຊົນຊາວເຜົ່າ Jarai ຢູ່ໝູ່ບ້ານ Triel, ຕາແສງເຂດຊາຍແດນ Ia Pnon, ເມືອງດຶກເກີ, ແຂວງຢາລາຍ, ໄດ້ຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ.

ສະເຫຼີມສະຫຼອງ 87 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ - ảnh 1ສະເຫຼີມສະຫຼອງ 87 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ ຢູ່ແຂວງຮ່າຕິ້ງ

(ພາບປະກອບ: baohatinh.vn)

ນະທີ່ນີ້, ທ່ານນາງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈືອງທິຫງອັກແອ໋ງ ປາຖະໜາວ່າ ພໍ່ແມ່ປະຊາຊົນຊາວເຜົ່າ Jarai ຢູ່ໝູ່ບ້ານ Triel ເວົ້າສະເພາະ, ພໍ່ແມ່ປະຊາຊົນບັນດາເຜົ່າເຂດຊາຍແດນ ແຂວງຢາລາຍ ເວົ້າລວມ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈມະຫາສາມັກຄີ, ຈັດຕັ້ງບັນດາໜ້າທີ່ພັດທະນາເສດຖະກິດ, ປ້ອງກັນຊາດ, ຮັບປະກັນປ້ອງກັນຄວາມສະຫງົບ ເປັນຢ່າງດີ.

        ຕອນຄ່ຳວັນທີ 16 ພະຈິກ, ບ້ານຮ່າແທງ, ຕາແສງເຕືອງເຊີນ, ເມືອງແທັ້ກຮ່າ, ແຂວງຮ່າຕິ້ງ ໄດ້ຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ, ເພື່ອປະກອບສ່ວນໂຄສະນາເຜີຍແຜ່, ສຶກສາ, ຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນຄົນກ່ຽວກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍຂອງລັດ ກ່ຽວກັບຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ.

        ກໍ່ໃນວັນດຽວກັນ, ແຂວງເຫົ້າຢາງ ກໍ່ໄດ້ຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ປີ 2017 ຢູ່ 76 ເຂດຊຸມຊົນໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ