ສະເຫຼີມສະຫຼອງ 89 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ

ສະເຫຼີມສະຫຼອງ 89 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ - ảnh 1
ທ່ານ ດິງ​ເທ໋ຮິງ ແລະ ທ່ານ ຫງວຽນດັງຕຽນ, ຜູ້ອຳນວຍການໃຫຍ່ VOV

(vovworld) – ຕອນ​ເຊົ້າ​ວັນ​ທີ 20/6, ​ເມື່ອ​ລົງ​ຢ້ຽມຢາມ ​ແລ​ະ ອວຍພອນ​ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV) ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 89 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ, ທ່ານ ດິງ​ເທ໋ຮິງ, ກຳ​ມະ​ການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ ກອມ​ມູນິດ​ຫວຽດນາມ ໄດ້ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ເຊິ່ງ VOV ​ຍາດ​ໄດ້​ໃນ​ຫຼາຍ​ປີຜ່ານມາ. ພ້ອມ​ກັນ​ນັ້ນ ທ່ານ ດິງ​ເທ໋ຮິງ ກໍ່​ຢືນຢັນ​ວ່າ VOV ​​ແມ່ນ​ອົງການ​ສື່​ມວນ​ຊົນ​ເປັນກຳ​ລັງ​ຫຼັກ​ແຫຼ່ງ, ອັນ​ດັບ​ໜຶ່ງ​ຂອງ​ພັກ, ລັດ ​ແລະ ຂອງ​ປະຊາຊົນ.

    VOV ​ໄດ້​ນຳ​ສຽງ​ເວົ້າ​ຂອງ​ພັກ, ລັດ, ປະຊາຊົນ ຫວຽດນາມ ​​ເຖິງ​ມະຫາຊົນທັງ​ພາຍ​ໃນປະ​ເທດ ​ແລະ ​ເຖິງ​ເພື່ອນ​ມິດສາ​ກົນ, ພໍ່​ແມ່​ປະຊາຊົນ​ຢູ່​ຕ່າງປະ​ເທດ. ທ່ານ ດິງ​ເທ໋ຮິງ ​ເວົ້າ​ວ່າ:

    “ຕ້ອງ​ສ້າງ​ຖັນ​ແຖວ​ທີ່ມີຄວາມໝັ້ນຄົງ, ​ເຂັ້ມ​ແຂງ ດ້ານ​ຄຸນ​ນະ​ທາດ​ການ​ເມືອງ, ວິຊາ​ຊີບ, ​ເກັ່ງ​ກ້າ​ດ້ານວິຊາ​ຊີບ, ​ຂຽນ​ບັນດາບົດທີ່ແຫຼມຄົມ​ມີ​ຜົນ​ສະທ້ອນ​ເຖິງ​ສັງຄົມ, ປະກອບສ່ວນ​ຊຸກຍູ້​ພາລະກິດ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ. ວິທະຍຸ​ກະຈາຍສຽງ ຫວຽດນາມ ຕ້ອງ​ປະຕິບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ​ແມ່ນກໍ່ສ້າງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​, ພ້ອມ​ທັງ​ປ່ຽນ​ໃໝ່​ເນື້ອ​ໃນ​ລາຍການ​ຢ່າງບໍ່ຢຸດຢັ້ງເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ດ້ານຂໍ້​ມູນ​ຂ່າວສານ​ຂອງ​ມະຫາຊົນ”

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 20/6, ທ່ານ​ດິງ​ເທ໋ຮິງ ກໍ່​ລົງ​ຢ້ຽມຢາມ, ​ເຮັດ​ວຽກ​ກັບ​ສະ​ຖາ​ນີ​ໂທລະພາບ ຫວຽດນາມ.


ຂ່າວ/ບົດ​ອື່ນ