ສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມຢູ່ລາວແລະລັດເຊຍ

(VOVWORLD) -ຄະນະແມ່ຍິງສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດງານປະກວດ “ຄວາມງາມຂອງຊຸດເສື້ອຍາວຫວຽດນາມ ຢູ່ລາວ” ຄັ້ງທີ 1.

ສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມຢູ່ລາວແລະລັດເຊຍ - ảnh 1 (ສະຫະພັນແມ່ຍິຫວຽດນາມ ປະຈຳມົດສະກູ ຈັດລາຍການຮ້ອງລຳທຳເພງພິເສດຂຶ້ນ

ດ້ວຍຫົວຂໍ້ວ່າ “ແມ່ຍິງ - ລະດູໃບໄມ້ຫຼົ່ນລັດເຊຍ")

ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ (20 ຕຸລາ 1930 – 20 ຕຸລາ 2019), ຕອນຄ່ຳວັນທີ 19 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຄະນະແມ່ຍິງສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດງານປະກວດ “ຄວາມງາມຂອງຊຸດເສື້ອຍາວຫວຽດນາມ ຢູ່ລາວ” ຄັ້ງທີ 1. ນີ້ແມ່ນການເຄື່ອນໄຫວທີ່ເປັນປະໂຫຍດສຳລັບປະຊາຄົມຊາວຫວຽດນາມ ເວົ້າສະເພາະ ແລະ ປະຊາຊົນທຸກຄົນທີ່ພວມເຮັດວຽກ, ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ເວົ້າລວມ; ພ້ອມທັງຕັກເຕືອນໃຫ້ທຸກຄົນຄິດເຖິງຂີດໝາຍປະຫວັດສາດຂອງແມ່ຍິງຫວຽດນາມ ທີ່ຄວນໄດ້ຮັບການເຊີດຊູ. ຄະນະຈັດຕັ້ງໄດ້ເລືອກເອົາຜູ້ເຂົ້າຮ່ວມງານປະກວດ 55 ໃນຈຳນວນ 100 ຄົນໃນ 2 ເກນອາຍຸແມ່ນ 18 – 32 ປີ ແລະ ແຕ່ 33 – 52 ປີ ເຂົ້າຮ່ວມງານປະກວດໃນຄ່ຳຄືນວັນທີ 19 ຕຸລາ.

        ທີ່ງານປະກວດຄະນະຈັດຕັ້ງໄດ້ມອບລາງວັນໃຫ້ 2 ເກນອາຍຸລວມມີ: ລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 2 ລາງວັນ, ລາງວັນທີສາມ 2 ລາງວັນ ແລະ ລາງວັນຊົມເຊີຍ.

        ແລະກໍ່ໃນຕອນຄ່ຳວັນທີ 19 ຕຸລາ, ຢູ່ມົດສະກູ, ສະຫະພັນລັດເຊຍ, ສະຫະພັນແມ່ຍິຫວຽດນາມ ປະຈຳມົດສະກູ ກໍ່ໄດ້ຈັດລາຍການຮ້ອງລຳທຳເພງພິເສດຂຶ້ນດ້ວຍຫົວຂໍ້ວ່າ “ແມ່ຍິງ - ລະດູໃບໄມ້ຫຼົ່ນລັດເຊຍ” ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ