ສະ​ເຫຼີມ​ສະຫຼອງ 90 ປີ ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (3 ກຸມ​ພາ 1930 – 3 ກຸ​ມ​ພາ 2020)

(VOVWORLD) -ຕອນເຊົ້າວັນທີ 1 ກຸມພາ, ກ່າວຄຳເຫັນທີ່ການພົບປະ ສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2020) ແລະ ມອບຫຼຽນກາ ອາຍຸພັກ 75 ປີ, 70 ປີ ແລະ 65 ປີ ໃຫ້ແກ່ພະນັກງານອາວຸໂສປະຕິວັດ

ທ່ານ ຫງວຽນທຽນເຍິນ ເລຂາອົງຄະນະພັກນະຄອນ ໂຮ່ຈີມິນ ໄດ້ຢັ້ງຢືນວ່າ: ການສ້າງຕັ້ງພັກກອມມູນິດຫວຽດນາມ ແມ່ນບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດ ການປະຕິວັດ ຫວຽດນາມ. 90 ປີ ທີ່ຜ່ານມາ, ຍາມໃດ ພັກກໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ສະໜັບສະໜູນ ຈາກປະຊາຊົນ, ນຳພາການປະຕິວັດ ຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກລຳບາກ. ປະຊາຊົນເຮົາພາຍໃຕ້ການນຳພາຂອງພັກ ໄດ້ສ້າງບັນດາຜົນສຳເລັດທີ່ມະຫັດສະຈັນ ໃນການຕໍ່ສູ້ຍາດເອົາ ເອກະລາດ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ