ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ ອາ​ຊຽນ ຢູ່ ອີ​ຕາ​ລີ

(VOVWORLD) -ວັນທີ 9 ສິງຫາດ ຄະນະກຳມະການບັນດາປະເທດຂຶ້ນກັບ ອາຊຽນ ຢູ່ Rome (ACR), ອີຕາລີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 54 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ສຳນັກງານສະຖານທູດ ມາເລເຊຍ.

ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ ອາ​ຊຽນ ຢູ່ ອີ​ຕາ​ລີ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ (ພາບ: TTXVN)

ທີ່ພິທີ, ທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ອີຕາລີ Abdul Malik Melvin Castelino ປະທານໝູນວຽນ ACR ໄດ້ເນັ້ນໜັ້ກເຖິງບັນດາຄວາມມານະພະຍາຍາມຂອງບັນດາຝ່າຍ ເພື່ອແນໃສ່ຮັກສາການຮ່ວມມືໃນສະພາບການເກີດໂລກລະບາດໂຄວິດ - 19, ໃນເບື້ອງຕົ້ນແມ່ນຜັນຂະຫຍາຍບັນດາການເຄື່ອນໄຫວໃນຂອບເຂດຄູ່ຮ່ວມມືພັດທະນາລະຫວ່າງ ອາຊຽນ ແລະ ອີຕາລີ, ພ້ອມທັງແບ່ງປັນບັນດາຂົງເຂດບຸລິມະສິດໃນການຮ່ວມມືເພື່ອຜ່ານຜ່າບັນດາສິ່ງທ້າທາຍໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

ຜູ້ຕາງໜ້າກະຊວງການຕ່າງປະເທດ ອີຕາລີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຕັ້ງໜ້າໜູນຊ່ວຍບັນດາປະເທດ ອາຊຽນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ແບ່ງປັນບາງຂົງເຂດຮ່ວມມືບຸລິມະສິດ ກັບ ອາຊຽນ ໃນໄລຍະຈະມາເຖິງກ່ຽວກັບເສດຖະກິດ, ການປ່ຽນແປງຂອງດິນຟ້າອາກາດ, ນະຄອນອັດສະລິຍະ, ເສດຖະກິດໝູນວຽນ, ການບິນອາວະກາດ ຜ່ານບາງເຫດການ, ໂຄງການຮ່ວມມື ຄື ການໂອ້ລົມສົນທະນາຂັ້ນສູງ ອາຊຽນ - ອີຕາລີ ກ່ຽວກັບການຮ່ວມມືດ້ານເສດຖະກິດຄັ້ງທີ 4 (10/2021), ກອງປະຊຸມສຳມະນາກ່ຽງກັບການອະນຸລັກຮັກສາ, ບຳລຸງສ້າງໃຫ້ແກ່ນາຍຕຳຫຼວດ.

ຕອບກັບ

ຂ່າວ/ບົດ​ອື່ນ