ສະເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ສະ​ຫະ​​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ຄົບ​ຮອບ 64 ປີ

(VOVWORLD) -    ຕອນຄ່ຳວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນມູນເຊື້ອຄົບຮອບ 64 ປີ (15/10/1956 – 15/10/2020), ມອບລາງວັນ “15 ຕຸລາ” ແລະ ລາງວັນ “ຊາວໜຸ່ມມີວິຖີການດຳລົງຊີວິດທີ່ຈົບງາມ” ປີ 2020. ປັດຈຸບັນ, ສະຫະພັນຊາວໜຸ່ມ ຫວຽດນາມ ມີສະມາຊິກທັງໝົດ 9,9 ລ້ານຄົນ.
ສະເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ສະ​ຫະ​​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ຄົບ​ຮອບ 64 ປີ - ảnh 1ຄະນະຈັດຕັ້ງມອບລາງວັນ  “15 ຕຸລາ” ໃຫ້ແກ່ບັນດາພະນັກງານດີເດັ່ນຂອງສະຫະພັນຊາວໜຸ່ມ ຫວຽດນາມ (ພາບ:hanoimoi.com.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແອັງຕວ້ນ, ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານສະຫະພັນຊາວໜຸ່ມ ຫວຽດນາມ ເນັ້ນໜັກວ່າ:

        “ໃນໄລຍະຈະມາເຖິງ, ສະຫະພັນຊາວໜຸ່ມ ຫວຽດນາມ ຈະສືບຕໍ່ປະຕິບັດຂະບວນການ “ຂ້ອຍຮັກປະເທດຊາດຂອງຂ້ອຍ”, ລາຍການ “ຮ່ວມເດີນທາງພ້ອມກັບຊາວໜຸ່ມກໍ່ຮ່າງສ້າງຕົວ, ສ້າງອາຊີບ” ແລະ ໂຄງການ “ສ້າງສະຫະພັນຊາວໜຸ່ມ ຫວຽດນາມ ໝັ້ນຄົງເຂັ້ມແຂງ”. ສ້າງອົງການສະຫະພັນຊາວໜຸ່ມຫວຽດນາມ ໃຫ້ໝັ້ນຄົງ, ເຂັ້ມແຂງຢ່າງແທ້ຈິງ, ປະຕິບັດບົດບາດຮ່ວມເດີນທາງພ້ອມກັບຊາວໜຸ່ມໃຫ້ເປັນຢ່າງດີ, ເສີມຂະຫຍາຍກຳລັງຄວາມສາມາດ, ພູມປັນຍາຂອງຊາວໜຸ່ມຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ຕັ້ງໜ້າເຂົ້າຮ່ວມພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ”.


 

ຕອບກັບ

ຂ່າວ/ບົດ​ອື່ນ