ສະ​ເຫຼີມ​ສະຫຼອງ ວັນ​ອິນ​ເຕີ​ແນັດ ຫວຽດ​ນາມ ຄົບ​ຮອບ 25 ປີ: ຜູ້ຊົມໃຊ້​ອິນ​ເຕີ​ແນັດ ຫວຽດ​ນາມ ບັນ​ລຸ​ກ່​ວາ 70%​ຈຳ​ນວນ​ປະ​ຊາ​ກອນ ພາຍຫຼັງ 25 ປີ

(VOVWORLD) -ຊັບພະຍາກອນອິນເຕີແນັດ ຫວຽດນາມ ໄດ້ພັດທະນາຢ່າງກະໂດດຂັ້ນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງອິນເຕີແນັດຫວຽດນາມ ຢ່າງແຮງ ແລະ ຈະປະກອບສ່ວນຊຸກຍູ້ວິວັດການຫັນເປັນດີຈີຕອນໃນໄລຍະຈະມາເຖິງ.

 ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານ ເຕັກໂນໂລຢີ ທີ່ເຂົ້າຮ່ວມ “ລາຍການສະເຫຼີມສະຫຼອງ ວັນເປີດນຳໃຊ້ການບໍລິການອິນເຕີແນັດ ຢູ່ຫວຽດນາມ ຄົບຮອບ 25 ປີ” ແລະ ສະເຫຼີມສະຫຼອງການຈັດຕັ້ງ “ວັນອິນເຕີແນັດ ຫວຽດນາມ ຄົບຮອບ 11 ປີ” ໂດຍສະມາຄົມອິນເຕີແນັດ ຫວຽດນາມ ແລະ ກົມໂທລະຄົມມະນາຄົມ, ສັງກັດກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 7 ທັນວາ, ຢູ່ຮ່າໂນ້ຍ. ເຫດການດັ່ງກ່າວ ໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເປີດການບໍລິການ ອິນເຕີແນັດຢູ່ ຫວຽດນາມຄົບຮອບ 25 ປີ (19/11/1997), ຕອບສະໜອງ ແລະ ສືບທອດວັນຫັນເປັນດີຈີຕອນແຫ່ງຊາດ ຄືວັນທີ (10/10)

        ຕົວເລກສະຖິຕິຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ປະກາດຢູ່ທີ່ເຫດການມື້ນີ້ ໄດ້ໃຫ້ຮູ້ວ່າ ໄລ່ມາຮອດເດືອນກັນຍາປີ 2022, ຈຳນວນຜູ້ຊົມໃຊ້ອິນເຕີແນັດ ຢູ່ ຫວຽດນາມ ແມ່ນປະມານ 70 ລ້ານຄົນ ກວມເອົາ 70% ຂອງຈຳນວນປະຊາກອນໃນທົ່ວປະເທດ. ທ່ານຫວູຮ່ວາງລຽນ ປະທານສະມາຄົມອິນເຕີແນັດ ຫວຽດນາມ ເນັ້ນໜັກວ່າ:

        ໃນ 25 ປີຜ່ານມາ, ການພັດທະນາອິນເຕີແນັດ ທີ່ປອດໄສຂອງ ຫວຽດນາມແມ່ນເປັນສິ່ງທີ່ບໍ່ອາດປະຕິເສດໄດ້. ດ້ວຍລັກສະນະດີເລີດຂອງອິນເຕີແນັດ ຫວຽດນາມ ໄດ້ພັດທະນາຢ່າງຮອບດ້ານ. ອາດຈະເຫັນໄດ້ວ່າ ອິນເຕີແນັດ ໄດ້ນຳໂອກາດແລະການປ່ຽນແປງໃໝ່ມາໃຫ້ ຫວຽດນາມ. ສິ່ງທີ່ໄດ້ເຫັນຢ່າງເດັ່ນຊັດກ່ວາໝູ່ນັ້ນແມ່ນ ການຫັນປ່ຽນຂອງສັງຄົມ: ຮູບແບບການບໍລິການ, ໂປຼແກຼມຕ່າງໆຢູ່ໃນອິນເຕີແນັດ, ໄດ້ເຮັດໃຫ້ການພັດທະນາ ເສດຖະກິດ - ສັງຄົມ - ວັດທະນະທຳ ກໍ່ຄືພູມສະຕິປັນຍາຂອງ ຫວຽດນາມ ມີການປ່ຽນແປງຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ