ສະເຫຼີມສະຫຼອງ20ປີແຫ່ງວັນຮ່ວມມືດ້ານສາທາລະນະສຸກຫວຽດນາມ-ອາເມລິກາ

ສະເຫຼີມສະຫຼອງ20ປີແຫ່ງວັນຮ່ວມມືດ້ານສາທາລະນະສຸກຫວຽດນາມ-ອາເມລິກາ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຮ່ວມ​ມື​ດ້ານ
ສາທາລະນະ​ສຸກ ຫວຽດນາມ - ອາ​ເມ​ລິ​ກາ
(ພາບ: nhandan.com.vn)

(vovworld) –​​​ ວັນ​ທີ 28/10 ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ​ສົມທົບ​ກັບ​ສະຖານທູດ ​ອາ​ເມ​ລິ​ກາ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຮ່ວມ​ມື​ດ້ານສາທາລະນະ​ສຸກ ຫວຽດນາມ - ອາ​ເມ​ລິ​ກາ ​ແລະ ສ້າງ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປົກກະຕິ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ນາງ ຫງວຽນ​ທິກີ​ມຕ໋ຽນ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ນັບແຕ່​ປີ 1996, ພາຍຫລັງ ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ຂວ້າບາດ, ສ້າງ​ການ​ພົວພັນກັບ ຫວຽດນາມ ​ເປັນ​ປົກກະຕິ, ຫລາຍ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຄື: ຮ່ວມ​ມື​ຄົ້ນຄວ້າຢາ ວັກ​ຊີ​ນ, ຮ່ວມ​ມື​ຄົ້ນຄວ້າ​ກ່ຽວ​ກັບ​ໂລກລະບາດ​ວິທະຍາ​ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ພະຍາດ​ເວົ້າ​ລວມ ​ແລະ ປ້ອງ​ກັນຕ້ານ HIV/AIDS ​ເວົ້າ​ສະ​ເພາະ, ບຳລຸງ​ສ້າງ​ພະນັກງານ​ການ​ແພດ. ການ​ພົວພັນ​ຮ່ວມ​ມື​ດ້ານສາທາລະນະ​ສຸກ ຫວຽດນາມ - ອາ​ເມ​ລິ​ກາ ນັບ​ມື້​ນັບ​ພັດທະນາ​ແຂງ​ແຮງ​ໃນ​ຫລາຍ​ຂົງ​ເຂດ​ສຳຄັນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Ted Osius ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ກໍ​ເນັ້ນ​ໜັກ​ວ່າ: 20 ປີທີ່​ຜ່ານ​ມາ, ການ​ພົວພັນູຄ່ຮ່ວມ​ມື 2 ປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ເປີດ​ກ້ວາງ​ຫລາຍ​ຂົງ​ເຂດ​ຄື: ປ້ອງ​ກັນ​ຕ້ານພະຍາດ​ວັນນະ​ໂລກ, ​ໄຂ​້ຍຸງ, ປ້ອງ​ກັນ​ຕ້ານ​ຜົນຮ້າຍຈາກ​ການ​ສູນ​ຢາ…ທ່ານ​ເອກອັກຄະ​ລັດຖະທູດ Ted Osius ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ເປີດ​ກ້ວາງ​ອອກ​ສູ່​​ຂົງ​ເຂດ​ໃໝ່​ຫລາຍກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ