ສະເຫຼີມສະຫຼອງ227ປີແຫ່ງວັນຊາດສ.ຝລັ່ງ

ສະເຫຼີມສະຫຼອງ227ປີແຫ່ງວັນຊາດສ.ຝລັ່ງ - ảnh 1
ທ່ານ​​ນາງຮອງ​ສາດ​ສະ​ດາ​ຈານ, ດ.ຣ ຫງວຽນ​​ທິຫງອກ​ຢຸງ
ກ່າວ​ຄຳ​ຫັນ​ທີ່​ພິ​ທີ
(ພ​າບ: TTXVN)

(vovworld) - ​​​ວັນ​ທີ 11/07, ສະຫະ​ສະ​ມາ​ຄົມ​ບັນ​ດ​າ​ອົງ​ການ​ມິດ​ຕະ​ພາບ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ຝ​ລັ່ງ ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 227 ປີ​ແຫ່ງວັນ​ຊາດ​ສ.ຝ​ລັ່ງ (14/07/1789 – 14/07/2016). ກ່າວ​ຄຳ​ຫັນ​ທີ່​ພິ​ທີ, ທ່ານ​​ນາງຮອງ​ສາດ​ສະ​ດາ​ຈານ, ດ.ຣ ຫງວຽນ​​ທິຫງອກ​ຢຸງ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ຝ​ລັ່ງ ນະ​ຄອນ​ໂຮ່​ຈ​ິ​ມິນ ໄດ້​ແບ່ງ​ປັນ​ວ່າ: ໃນ​ຊຸ​ມ​ປີມໍ່ໆ​ມານີ້, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຝ​ລັ່ງ ໄດ້ ແລະ ພວ​ມ​ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ຮອບ​ດ້ານ. 2 ປະ​ເທ​ດ​ໄດ້​ຍົກ​ລະ​ກັບ​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເມື່ອ​ປ​ີ 2013, ເປັນ​ເອ​ກະ​ພາບ​ທິດ​ທາງ​ຮ່ວມ​ມື​ຫວຽດ​ນາມ - ຝ​ລັ່ງ “ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍາວ​ນານ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ໃນ​ສະ​ຕະ​ວັດ​ທີ 21”, ໃນ​ນັ້ນ ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່​ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈິ​ມິນ​ ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຝ​ລັ່ງ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດ​ທະ​ນາ. ບົນ​ພື້ນ​ຖານການ​ຮ່ວມ​ມື​ຮອບ​ດ້ານ, ດີ​ງາມ​ທີ່​ມີ​ຢູ່​ແລ້ວ ພ​້ອມ​ກັບ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທັງ 2 ຝ່າຍ, ທ່ານ​ນາງ ຫງວຽນ​​ທິ​ຫງອກ​ຢຸງ ເຊື່ອ​ໝັ້ນ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຮງ, ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ຢູ່ໃນ​ໂລກ.

ຂ່າວ/ບົດ​ອື່ນ