ສະເຫຼີມສະຫຼອງ38ປີແຫ່ງວັນໄຊຊະນະລະບອບດັບສູນເຊື້ອຊາດຢູ່ກຳປູເຈຍທີ່ ຫວຽດນາມ

(vovworld) - ພິ​ທີສະ​ເຫຼີມ​ສະຫຼອງ 38 ປີ​ແຫ່ງວັນ​ໄຊ​ຊະ​ນະ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ​ຢູ່​ ກຳ​ປູ​ເຈຍ​ ​(7/1/1979 – 7/1/2017) ໂດ​ຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ​ສົມ​ທົບ​ກັບຄະ​ນະ​ຕິດ​ຕໍ່​ພົວ​ພັນ​ອະ​ດີດ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ຊ່ວຍ​ເຫຼືອ ກຳ​ປູ​ເຈຍ ​ຈັດ​ຕັ້ງຂຶ້ນ​ໃນ​ວັນ​ທີ 6/1 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ຫວູ​ໝາວ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ, ຢັ້ງ​ຢືນ​ວ່າ ໄຊ​ຊະ​ນະ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ ຢູ່ ກຳ​ປູ​ເຈຍ ແມ່ນ​ໄຊ​ຊະ​ນະ​ຂອງ​ພາ​ລະ​ກິດ​ເປັນ​ທຳ, ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ຕໍ່​ສູ້​ລະ​ຫວ່າງ 2 ຊາດ ຫວຽດ​ນາມ - ກຳ​ປູ​ເຈຍ. ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ​ນີ້​ໄດ້​ກາຍ​ເປັນ​ຊັບ​ສົມ​ບັດ​ອັນ​ລ​້ຳ​ຄ່າ ແລະ ສັກ​ກະ​ລະ​ບູ​ຊາ​ຂອງ 2 ປະ​ເທດ, ແມ່ນ​​ສິ່ງ​ເຊື່ອມ​ຈອດ​ຢ່າງ​ໜ​ັກ​ແໜ້ນ​ໃຫ້​ແກ່ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ໃໝ່.

        ທ່ານ Prak Nguon Hong, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ​້​ມີ​ອຳ​ນາດ​ເຕັມ​ແຫ່ງ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ໄດ້​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຕ​ໍ່​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ກ​ຳ​ປູ​ເຈຍ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ສຳ​ລັບ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ​ທີ່​ໄດ້ມີ​ການ​ຊ່ວຍ​ເຫຼືອ ສະ​ໜັບ​ສະ​ໜູນ​ອັນ​ໃຫຍ່ຫຼວງ​​ທີ່​ມີຕໍ່​ພາ​ລະ​ກິດ​ອັນ​ສູງ​ສົງ​ນີ້.


ຂ່າວ/ບົດ​ອື່ນ