ສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຟີລີບປິນ

ສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຟີລີບປິນ - ảnh 1
ສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການ
ພົວພັນທາງການທູດຫວຽດນາມ-ຟີລີບປິນ

(vovworld) – ​ ​ ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຟີ​ລີບ​ປິນ ​ແລະ 118 ປີ​ແຫ່ງ​ວັນ​ເອກະລາດ​ຂອງ ຟີ​ລີບ​ປິນ ຖືກ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 14/06 ຢູ່​ນະຄອນ ​ໂຮ່ຈີ​ມິນ. ທ່ານ​ນາງ ​ເລ​ທິຟຸງ ຫົວໜ້າ​ສະຖານກົງສູນ​ໃຫຍ່ກິດ​ຕິ​ມະ​ສັກ ຟີ​ລີບ​ປິນ ປະຈຳ ນະຄອນ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: 40 ປີຜ່ານມາ, 2 ປະ​ເທດ​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ​, ສັງຄົມ. ການ​ພົວພັນ​ນັ້ນ ພວມ​ນັບ​ມື້​ນັບ​ໄດ້​ຮັບການ​ຍູ້​ແຮງ ດ້ວຍ​ໂຄງການ​ຮ່ວມ​ມື​ຫລາຍ​ຢ່າງ​ໃນ​ທຸກ​ຂົງ​ເຂດ, ພິ​ເສ​ດ​ແມ່ນ​ອຸດສາຫະກຳ​ສະບຽງ​ອາຫານ, ການ​ຢາ, ວັດທະນະທຳ, ການ​ສຶກສາ. ມາ​ຮອດ​ປະຈຸ​ບັນ, ຟີ​ລີບ​ປິນ ມີ​ໂຄງການ​ລົງທຶນ​ຢູ່ ຫວຽດນາມ ກ່ວາ 60 ​​ໂຄງການ, ​ໃນ​ນັ້ນ​ ມີ​ປະມານ 30 ​ໂຄງການ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ​ເມື່ອອວຍພອນ​ປະຊາຊົນ ຟີ​ລີບ​ປິນ ​ໃນ​ວັນ​ສະ​ເຫຼີ​ມສະຫຼອງ​ນີ້, ທ່ານ ຫງວຽນ​ແທງ​ຟອງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ນະຄອນ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ ຟີ​ລີບ​ປິນ, ພ້ອມທັງສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຄວາມ​ຕັດສິນ​ໃຈ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ 2 ຝ່າຍຂອງ​ການ​ນຳ​ ​ແລະ ປະຊາ​ຊົນ 2 ປະ​ເທດ, ການ​ພົວພັນ ຫວຽດນາມ - ຟີ​ລີບ​ປິນ ຈະ​ມີ​ບັນດາ​ບາດ​ກ້າວ​ໃໝ່​ໃນ​ທຸກ​ຂົງ​ເຂດ, ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດ​​ແກ່ປະຊາຊົນ 2 ປະ​ເທດ​ຢ່າງ​ແທ້ຈິງ.

ຂ່າວ/ບົດ​ອື່ນ