ສະເຫຼີມສະຫຼອງ41ປີແຫ່ງວັນປົດປ່ອຍພາກໃຕ້,ທ້ອນໂຮມປະເທດຊາດເປັນເອກະພາບຢູ່ຝະລັ່ງ

ສະເຫຼີມສະຫຼອງ41ປີແຫ່ງວັນປົດປ່ອຍພາກໃຕ້,ທ້ອນໂຮມປະເທດຊາດເປັນເອກະພາບຢູ່ຝະລັ່ງ - ảnh 1
ທ່ານ ຫງວຽນ​ງ້ອກ​ເຊີນກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ
(ພາບ: TTXVN)

(vovworld) – ພິທີ​ສະ​ເຫຼີ​ມສະຫຼອງ 41 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/04/1975 – 30/04/2016) ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 28/04 ຢູ່​ສະຖານ​ທູດ ຫວຽດນາມ ປະຈຳ Paris.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ຫງວຽນ​ງ້ອກ​ເຊີນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ​ເນັ້ນ​ໜັກ​ເຖິງ: ສະຖານະ​ການພິ​ເສດ​ຂອງ​ພິທີ​ສະ​ເຫຼີ​ມສະຫຼອງ 41 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະພາບ, ຕາມ​ນັ້ນ​ແລ້ວ ປີ 2016 ​ແມ່ນ​ປີ​ທີ່​ເປັນ​ຂີດ​ໝາຍ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ຂອງ ຫວຽດນາມ. ພາ​ລະ​ກິດ​ປ່ຽນ​ໃໝ່ 30 ປີຜ່ານມາ ​ໄດ້ນຳ​ເອົາ​ບັນດາ​ການ​ປ່ຽນ​ແປງ​ອັນໃຫຍ່​ຫລວງມາ​ໃຫ້​ປະ​ເທດ​ຊາດ​ໃນ​ທຸກ​ຂົງ​ເຂດ ພິ​ເສດ​ແມ່ນກ່ຽວ​ກັບ​ດ້ານ​ການ​ເມືອງ, ​ເສ​ດຖະກິດ, ສັງຄົມ. ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ; ​ເປັນ​ຄູ່​ຮ່ວມ​ມື, ​ເປັນສະມາຊິກ​ທີ່ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ພາກ​ພື້ນ ​ແລະ ປະຊາ​ຄົມ​ສາກົນ; ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​​​ໃຫ້​ດີ​ຂຶ້ນຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ