ສະເຫຼີມສະຫຼອງ45ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ຊູແອດ

ສະເຫຼີມສະຫຼອງ45ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ຊູແອດ - ảnh 1
(ງານ​ພົບ​ປະ​ແລກປ່ຽນ ​ແລະ ​​ໂອ້​ລົ​ມສົນທະນາ
“ມູນ​ເຊື້ອ​ມິດຕະພາບ​ຫວຽດນາມ - ຊູ​ແອດ” ​)


(vovworld) –  ງານ​ພົບ​ປະ​ແລກປ່ຽນ ​ແລະ ​​ໂອ້​ລົ​ມສົນທະນາ “ມູນ​ເຊື້ອ​ມິດຕະພາບ​ຫວຽດນາມ - ຊູ​ແອດ” ​ເນື່ອງໃນ​ໂອກາດສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຊູ​ແອດ ດຳ​ເນີນ​ໄປ​ໃນ​ຕອນ​ເຂົ້າ​ວັນ​ທີ 30/10, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ແລກປ່ຽນ, ທ່ານ ຮ່ວາງ​ເທ໋ລຽນ, ອະດີດ​ລັດຖະມົນຕີ​ຊ່ວຍ​ວ່າ​ການກະຊວງ​ຍຸຕິ​ທຳ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຊູ​ແອດ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ແລະ ຊູ​ແອດ ມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ. ການ​ຊ່ວຍ​ເຫຼືອ​ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ລັດຖະບານ​ ​ແລະ ປະຊາຊົນ​ຊູ​ແອດ ທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ ​ໃນ​ຫຼາຍ​ປີຜ່ານມາ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ບັນດາ​ຜົນງານ​ດ້ານ​ເສດຖະກິດ, ສັງຄົມ ກໍ່​ຄື​ຊຸກຍູ້​ວິວັດ​ການ​ປະຕິ​ຮູບ, ​ເປີດ​ປະຕູ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ Camilla Mellander ເອກ​ອັກຄະ​ລັດຖະທູດ​ຊູ​​ແອດ ປະຈຳ​ຫວຽດນາມ ຢືນຢັນ​ວ່າ.

        “ພວກ​ເຮົາ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ແຫ່ງ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ສະ​ເໝີ​ພາບ​ກວ່າ ກັບ​ການ​ພົວພັນ​ດ້ານ​ເສດຖະກິດ, ກາ​ນຄ້າ ​ເປັນ​ໃຈກາງ. ຊູ​ແອດ ປາດ​ຖະໜາ ​ຢາກ​ເປີດ​ກວ້າງ​ການ​ພົວພັນ​ກັບ​ຫວຽດນາມ. ດ້ວຍ​ຖານະ​ເປັນ​ບັນດາ​ເພື່ອນ​ມິດ​ທີ່​ດີ, ພວກ​ເຮົາ​ຈະ​ເຈລະຈາ​ຢ່າງ​ເປີ​ດ​ເຜີ​ຍ ​ແລະ ກົງ​ໄປ​ກົງ​ມາ ບໍ່​ພຽງ​ແຕ່​ໃນ​ບັນຫາ​ການ​ຄ້າ ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ບັນດາ​ບັນຫາ​ກ່ຽວຂ້ອງ​ອີກ. ຂ້າພະ​ເຈົ້າ​ຢືນຢັນ​ວ່າ, ຊູ​ແອດ ຈະ​ມີໜ້າ​ຢູ່​ຫວຽດນາມ ຢ່າງ​ຍາວນານ ​ແລະ ຈະ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​​ຫນ້າ​ກວ່າ​ອີກ.”

ຂ່າວ/ບົດ​ອື່ນ