ສະເຫຼີມສະຫຼອງ50ປີແຫ່ງວັນຊາດສິງກະໂປຢູ່ຫວຽດນາມ

ສະເຫຼີມສະຫຼອງ50ປີແຫ່ງວັນຊາດສິງກະໂປຢູ່ຫວຽດນາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ແລະ ທ່ານເອກອັກຄະລັດຖະທູດ
ສິງກະໂປ Ng Teck Hean (ພາບ: VGP)

(vovworld) - ​ ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນຊາດ​ປະ​ເທດ ສິງກະ​ໂປ ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 14/8, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ສົ່ງ​ຄຳ​ອວຍພອນ​​ເຖິງ​ລັດຖະບານ ​ແລະ ປະຊາຊົນ ສິງກະ​ໂປ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ອະ​ດີດນາຍົກລັດ​ຖະມົນຕີ ຫຼີກ​ວາງ​ຢູ. ປະ​ເທດ ສິງກະ​ໂປ ​ເປັນ​ປະ​ເທດ​ໜຶ່ງ ພວມ​ພັດທະນາ​ໄດ້​ກາຍ​ເປັນ​ປະ​ເທດ​ພັດທະນາ​ອັນ​ດັບ​ໜຶ່ງ​ຢູ່ພາກ​ພື້ນ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຕີ​ລາຄາ​ສູງ ສິງກະ​ໂປ ພ້ອມ​ແລ້ວ​ແບ່ງປັນ​ບົດຮຽນ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ການ​ບໍລິຫານ​ແຫ່ງ​ລັດ, ພັດທະນາ​ເສດຖະກິດ, ບຳລຸງ​ສ້າງ​ພະນັກງານ ກໍ​ຄື​ການ​ຮ່ວມ​ມື​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຖື​ວ່າ: ​ໃນ​ສະພາວະ​ປະຊາ​ຄົມ ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ທ້າ​ຍປີ 2015, ຫວຽດນາມ ​ແລະ ສິງກະ​ໂປ ພວມ​ຢືນ​ ຕໍ່ໜ້າ​ບັນດາ​ກາລະ​ໂອກາດ​ໃໝ່ ​ເພື່ອ​​ເພີ່ມ​ທະວີ​ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຮ​ັດ​ໃຫ້​ພົວພັນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ: 2 ປະ​ເທດ​ຈະ​ເສີມຂະ​ຫຍາ​ຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງແຕ່ລະ​ຝ່າຍ​ກ່ວາ​ອີກ, ການ​ຮ່ວມ​ມື​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດ​ທະ​ຜົນ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ 2 ປະ​ເທດຂຶ້ນສູ່​ລະດັບ​ສູງ​ໃໝ່; ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃຫ້​ໝັ້ນ​ຄົງ, ສາ​ມັ​​ກຄີ ​ແລະ ຮ່ວມ​ມື, ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ວັດ​ທາະນາ​ຖາວອນຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ​.

ຂ່າວ/ບົດ​ອື່ນ