ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ກູບາ

ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ກູບາ - ảnh 1
ທ່ານ ດິງ​ເທ​ຮີງ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

(vovworld) ​ ວັນ​ທີ 30/11 ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ກູ​ຍບາ (2/12/1960 – 2/12/2015).

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ດິງ​ເທ​ຮີງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເນັ້ນ​ໜັກ​ວ່າ: ​ໄລຍະ 55 ປີຜ່ານມາ​ຂອງ​ສາຍ​ພົວພັນ​ສາມັກຄີ ​ແລະ ການຮ່ວມ​ມືຮອບດ້ານ​ລະຫວ່າງ ພັກ, ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ກູ​ຍບາ ກາຍ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ປະ​ເທດ. ທ່ານ ດິງ​ເທ​ຮີງ ​ເຊື່ອ​ໝັ້ນ​ວ່າ: ບັນດາ​ຊາວ ຫວຽດນາມ ​ແລະ ກູ​ຍບາ ລຸ້ປະຈຸ​ບັນ ​ແລະ ລຸ້ນຕໍ່​ໄປ​ຈະ​ສືບ​ທອດ​ມູນ​ເຊື້ອ​ອັນ​ດີງາມ​ນັ້ນ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ການ​ພົວພັນ​ແບບ​ພິ​ເສດ ລະຫວ່າງ ຫວຽດນາມ - ກູ​ຍບາ ເລິກ​ເຊິ່ງກ່ວາ​ອີກ, ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ພາລະກິດ​ສ້າ​ງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາ​ດຂອງ​ແຕ່ລະ​ປະ​ເທດ​.

        ສ່ວນ​ທ່ານ Herminio Lopez Diaz ​ເອກ​ອັກຄະ​ລັດຖະທູດ ກູ​ຍບາ ປະຈຳ ຫວຽດນາມ ​ໄດ້​ຍ້ອງຍໍ​ຄວາມ​ສາມັກຄີ, ບໍລິສຸດ​ຜຸດ​ຜ່ອງ​ລະຫວ່າງ ຫວຽດນາມ - ກູ​ຍບາ. ທ່ານ ​ເອກ​ອັກ​ຄະ​ລັດຖະທູດ Herminio Lopez Diaz ສະ​ແດງຄວາມ​ປາດ​ຖະໜາ​ວ່າ: ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ກູຍບາ ຈະ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ