ສະເຫຼີມສະຫຼອງ60ປີແຫ່ງວັນມູນເຊື້ອມະຫາວິທະຍາໄລວິທະຍາສາດທຳມະຊາດ-ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ

ສະເຫຼີມສະຫຼອງ60ປີແຫ່ງວັນມູນເຊື້ອມະຫາວິທະຍາໄລວິທະຍາສາດທຳມະຊາດ-ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ - ảnh 1
ສະເຫຼີມສະຫຼອງ60ປີແຫ່ງວັນມູນເຊື້ອມະຫາວິທະຍາໄລ
ວິທະຍາສາດທຳມະຊາດ-ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ

(vovworld) - ຕອນ​ບ່າຍ​ວັນ​ທີ 12/11 ຢູ່​ຮ່າ​ໂນ້ຍ, ມະຫາວິທະຍາ​ໄລວິທະຍາສາດ​ທຳ​ມະ​ຊາດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຈັ​ດຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ມູນ​ເຊື້ອ (1956 - 2016) ​ແລະ ຕ້ອນຮັບ​ຫຼຽນ​ໄຊ ​ໂຮ່ຈີ​ມິນ ຄັ້ງ​ທີ 2. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ມະຫາວິທະຍາ​ໄລ​ວິທະຍາສາດ​ທຳ​ມະ​ຊາດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຍູ້​ແຮງ​ວຽກ​ງານ​ຄົ້ນຄວ້າ​ວິທະຍາສາດ, ຖື​ນີ້​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳຄັນ. ສຸມ​ໃສ່​ຄົ້ນຄວ້າ​ຕາມ 3 ທິດ​ຕົ້ນ​ຕໍ ນັ້ນ​ແມ່ນ: ຄົ້ນ​ຄວ້າ​ພື້ນຖານ​ອັບ​ດັດ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ລະດັບ​ຄວາມ​ຮູ້​ສາກົນ​​ເທື່ອລະ​ກ້າວ; ຄົ້ນຄວ້າ​ເຕັກ​ໂນ​ໂລ​ຢີກຳນົດ​ທິດ​ການ​ນຳ​ໃຊ້; ຄົ້ນຄວ້າ​ຜັນ​ຂະຫຍາຍການ​ໝູນ​ໃຊ້​ພຶດຕິ​ກຳ​ຕົວ​ຈິງ. ພ້ອມ​ກັນ​ນັ້ນ ​ໂຮງຮຽນ​ຄວນ​ເປັນ​ເຈົ້າ​ການ​ເລືອກ​ເຟັ້ນທິດ​ຄົ້ນຄວ້າ​ບຸລິມະສິດ ​ແລະ ສ້າງບັນດາກຸ່ມ​ຄົ້ນຄວ້າ; ພັດທະນາ​ບາງ​ຂົງ​ເຂດ​ວິ​ທະຍາ​ສາດ​ລະຫວ່າງ​ຂະ​ແໜງ​ທີ່ມີ​ທ່າ​ແຮງ, ​ເພື່ອ​ສາມາດ​ຖ່າຍ​ທອດເຕັກ​ໂນ​ໂລ​ຢີ ​ແລະ ສຸມ​​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ສິງ​ແວດ​ລ້ອມ, ການ​ເຕີບ​ໂຕ​ຂຽວ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ພາຍ​ໃນ​ປະ​ເທດ, ພາກ​ພື້ນ ​ແລະ ສາກົນ.

        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ມະຫາວິທະຍາ​ໄລວິທະຍາສາດ​ທຳ​ມະ​ຊາດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຕ້ອງ​ມານະ​ພະຍາຍາມ​ສູ້​ຊົນ ​ເພື່ອ​ຢືນຢັນ​ບົດບາດ, ທີ່​ຕັ້ງ​ເປັນ​ໂຮງຮຽນ​ມະຫາວິທະຍາ​ໄລ​ຄົ້ນຄວ້າ​​ແຖວໜ້າ​ໃນ​ຂົງ​ເຂດ​ວິທະຍາສາດ​ພື້ນຖານ​ຂອງ ຫວຽດນາມ, ບັນລຸ​ຈຸດໝາຍ​ເປັນ​ໜຶ່ງ​ໃນ​ຈຳນວນ 100 ​ໂຮງຮຽນ​ມະຫາວິທະຍາ​ໄລ​ແຖວ​ໜ້າ​ອາຊີ​ໃນ​ປີ 2020 ​ແລະ ບາງ​ຂົງ​ເຂດ​ບັນລຸ​ລະດັບ​ກ້າວໜ້າ​ຂອງ​ອາຊີ​ໃນ​ປີ 2030.

 

ຂ່າວ/ບົດ​ອື່ນ