ສະເຫຼີມສະຫຼອງ60ປີແຫ່ງວັນລົງນາມໃນສັນຍາເຊີແນວ1954

ສະເຫຼີມສະຫຼອງ60ປີແຫ່ງວັນລົງນາມໃນສັນຍາເຊີແນວ1954 - ảnh 1
ພາບປະກອບ

(vovworld) - ວັນ​ທີ 20/7, ​ແມ່ນສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ວັນ​ລົງ​ນາມ​ໃນ​ສັນຍາ​ເຊີ​ແນວ 1954. ດ້ວຍ​ສັນຍາ​ນີ້, ລັດຖະບານ​ຝລັ່ງ​ ໄດ້​ຮັບ​ຮອງ​ພື້ນຖານ​ເອກະລາດ, ອະທິປະ​ໄຕ ​ຜືນ​ແຜ່ນດິນ​ຄົບ​ຖ້ວນ​ຂອງ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ ​ແລະ ຖອນ​ທະຫານ​ອອກ​ຈາກ​ຫວຽດນາມ. ຫວນ​ຄືນ​ເຫດການ​ປະຫວັດສາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຖື​ວ່າ:

        “ຢູ່​ກອງ​ປະຊຸມ​ເຊີ​ແນວ ພວກ​ເຮົາ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ. ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ພວກ​ເຮົາ​ເວລາ​ນັ້ນ​ແມ່ນ​ບັງຄັບ​ໃຫ້​ສັດຕູ​ຕ້ອງ​ຮັບຮອງ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ຢ່າງ​ຄົບ​ຖ້ວນ. ນີ້​ແມ່ນ​ບົດຮຽນ​ໃຫຍ່​ສຸດ ​ແລະ ສຳຄັນ​ທີ່​ສຸດ​ທີ່​ໄດ້​ຮັບ​ການ​ຖອດ​ຖອນ​ມາ​ໄດ້​ຈາກ​ກອງ​ປະຊຸມ​ເຊີ​ແນວ 1954 ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ​ຢູ່​ຫວຽດນາມ. ນັບ​ແຕ່​ການ​ເຄື່ອນ​ໄຫວ​ດ້ານ​ການ​ທູດ​ໃນ​ຊຸມ​ປີ 1945-1946 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ລຳບາກ ​ແລະ ອັນຕະລາຍ ກໍ່​ຄື​ໃນ​ການ​ຕໍ່ຕ້ານ​ຕ້ານ​ອາ​ເມ​ລິ​ກາ, ບັນດາ​ບົດຮຽນ​ດັ່ງກ່າວ​ໄດ້​ຮັບ​ການ​ໝູນ​ໃຊ້ ​ແລະ ​ໄດ້​ປະກອບສ່ວນ​ເຂົ້າ​ກອງ​ປະຊຸມ​ປາຣີກ່ຽວ​ກັບ​ຫວຽດນາມ​ໄລຍະ 1968-1973“.

        ຕາມ​ທ່ານ ຫງວຽນ​ບ໋າ​ບາ​ວ, ພະນັກງານ​ຫ້ອງການ​ກະຊວງ​ການ​ຕ່າງປະ​ເທດ ​ໄລຍະ​ຕໍ່​ຕ້ານ​ຕ້ານ​ຝລັ່ງ​ແລ້ວ, ນີ້​ກໍ່​ແມ່ນ​ບົດຮຽນ​ສຳຄັນ​ໃນ​ວິວັດ​ແຫ່ງ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ປະ​ເທດ​ຊາດ.

        “ຍ້ອນ​ມີ​ຄວາມ​ສາມັກຄີ, ກ່ອນ​ອື່ນ​ໝົດ​ແມ່ນ​ຂອງ​ຊາດ, ທົ່ວ​ປວງ​ຊົນ​ໄດ້​ລຸກ​ຂຶ້ນ​ເພື່ອ​ຕໍ່ສູ້, ນອກ​ນັ້ນ​ແມ່ນ​ຄວາມ​ສາມັກຄີ​ກັບ​ສາກົນ. ຖ້າ​ບໍ່​ມີ​ຄວາມ​ສາມັກຄີ​ນັ້ນ​ແມ່ນ​ຍາກ​ທີ່​ຈະ​ຮັບ​ຜົນສຳ​ເລັດ​ໄດ້. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ໃນ​ສະພາບ​ປະຈຸ​ບັນ, ຍາມ​ໃດ​ພວກ​ເຮົາ​ກໍ່​ໄດ້​ຮັບ​ຄວາມ​ສະໜັບສະໜູນ​ຈາກ​ສາກົນ. ພວກ​ເຮົາ​ເດັດ​ດຽວ​ປົກ​ປັກ​ຮັກສາ​​ເອກະລາດ, ອະທິປະ​ໄຕຂອງ​ພວກ​ເຮົາ​ໄວ້​ຢ່າງ​ໝັ້ນຄົງ“.

        60 ປີ ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ​ແຕ່​ສັນຍາ​ປາຣີ 1954 ກ່ຽວ​ກັບ​ການ​ຢຸດ​ຕິ​ສົງຄາມ​ຢູ່​ ຫວຽດນາມ ​ຍັງ​ຄົງ​ເປັນ​ຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ໃນ​ປະຫວັດສາດ​ດ້ານ​ການ​ທູດ​ຂອງ​ຫວຽດນາມ ​ແລະ ຍັງ​ຄົງ​ຮັກສາ​ຄຸນຄ່າ​ເດີມ​ໃນ​ກິດຈະການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ​ຢູ່.

 

ຂ່າວ/ບົດ​ອື່ນ