ສະເຫຼີມສະຫຼອງ60ປີແຫ່ງວັນອອກອາກາດບັນດາລາຍການເພງແລະດົນຕີພື້ນເມືອງ

ສະເຫຼີມສະຫຼອງ60ປີແຫ່ງວັນອອກອາກາດບັນດາລາຍການເພງແລະດົນຕີພື້ນເມືອງ - ảnh 1
​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ “​ແຫ່ງ​ຮັກສາ​ວີນຍານ​ຫວຽດ“​

(vovworld) - ຕອນ​ເຊົ້າ​ວັນ​ທີ 21/8, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ 58 ກວ໋ານສື໋, ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ “​ແຫ່ງ​ຮັກສາ​ວີນຍານ​ຫວຽດ“ ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ນັກ​ສິລະ​ປິນ, ບັນນາທິການ, ນັກຮຽບຮຽງ​ທີ່​ໄດ້​ປະກອບສ່ວນ, ອຸທິດ​ສ່ວນ​ໃຫ້​ແກ່​ລາຍການ​ເພງ​​ແລະ ດົນຕີພື້ນ​ເມືອງ​ໃນ​ຕະຫຼອດ 60 ປີຜ່ານມາ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ ຫງວຽນ​ເທ໋ກີ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ ກະຈາຍສຽງ ຫວຽດນາມ, ​ໃຫ້​ຮູ້​ວ່າ, ​ລາຍການ​ເພງ​​ແລະ ດົນຕີພື້ນ​ເມືອງ​ໄດ້​ຕິດ​ພັນ​ກັບ​ຜູ້​ຟັງ ​ແລະ ​ແມ່ນ​ພາກສ່ວນ​ທີ່​ຂາດ​ບໍ່​ໄດ້, ນັບ​ມື້​ນັບ​ມີ​ຄວາມ​ສຳຄັນ​ໃນ​ຄື້ນກະຈາຍສຽງ​ ​ແຫ່ງ​ຊາດ​ຂອງ ວິທະຍຸ ກະຈາຍສຽງ ຫວຽດນາມ.

        “ລາຍການ​ເພງ​​ແລະ ດົນຕີພື້ນ​ເມືອງ ຂອງ ວິທະຍຸ ກະຈາຍສຽງ ຫວຽດນາມ ​ໄດ້ອອກ​ອາກາດ​ເປັນ​ເວລາ 60 ປີ. ນັ້ນ​ແມ່ນ​ການ​ປະກອບສ່ວນ​ຂອງ​ບັນດາ​ນັກຮຽບຮຽງ, ນັກ​ຄົ້ນ​ຄ້ວາ, ນັກ​ສິລະ​ປິນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ກັບ​ການ​ປ່ຽນ​ໃໝ່​ຂອງ ວິທະຍຸ ກະຈາຍສຽງ ຫວຽດນາມ, ບັນດາ ລາຍການ​ເພງ​​ ແລະ ດົນຕີພື້ນ​ເມືອງບໍ່​ພຽງ​ແຕ່​ແມ່ນ​ລາຍການ​ທີ່​ອອກ​ອາກາດ​ໃນ​ຄື້ນກະຈາຍສຽງ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ອອກ​ອາກາດ​ທາງ​ໂທລະພາບ​ອີກ​ດ້ວຍ. ຖ້າ​ເຮັດ​ໄດ້​ຄື​ແນວ​ນັ້ນ, ມັນ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ, ​ເປັນ​ຄຸນ​ນະພາ​ບ, ສ​້າງຄວາມ​ປະ​ທັບ​ໃຈ​ໃນບັນດາ ລາຍການ​ ຂອງ ວິທະຍຸ ກະຈາຍສຽງ ຫວຽດນາມ“.

        ດ້ວຍ​ຫົວ​ຂໍ້“​ແຫ່ງ​ຮັກສາ​ວີນຍານ​ຫວຽດ“, ຜູ້​ຟັງ​ບໍ່​ພຽງ​ແຕ່​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ນັກ​ຂ່າວ, ບັນນາທິການ, ນັກ​ດົນຕີ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຟັງ​ບັນດາ​ທຳນອງ​ເພງ​ພື້ນ​ເມືອງ​ຂອງ​ຊາດ​ອີກ​ດ້ວຍ, ​ເຊັ່ນ: ຂັບ​ແຈ່ວ, ຂັບ​ກາຍ​ເລືອ​ງ, ຂັບ​ເຫວ໋ ​ແລະ ຂັບ​ກວານ​ຮໍ້ບັກ​ນິງ.

ຂ່າວ/ບົດ​ອື່ນ