ສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕິພາບຫວຽດນາມ

ສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕິພາບຫວຽດນາມ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ,
ຜູ້​ປະຈຳ​ການ​ຄະນະ​ເລຂາ​ສູນ​ກາງ​ພັກ
(ພາບປະກອບ)


(vovworld) – ພິທີສະ​ເຫຼີ​ມສະຫຼອງ 65 ​ປີ​ແຫ່ງ​ວັນ​ມູນ​ເຊື້ອ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດ​ຕະພາບ​ຫວຽດນາມ (17/11/1950 – 17/11/2015) ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/11, ຢູ່​ຮ່າ​ໂນ້ຍ.

      ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ການ​ຄະນະ​ເລຂາ​ສູນ​ກາງ​ພັກ ​ເນັ້ນ​ໜັກ​ວ່າ: ຜ່ານ​ໄລ​ຍະ 65 ປີ​ແຫ່ງ​ການ​ພັດທະນາ, ບັນດາ​ກຳ​ລັງ​​ເຂົ້າ​ຮ່ວມ​ວຽກ​ງານ​ການຕ່າງປະ​ເທດ​ປະຊາຊົນ ​ເວົ້າ​ລວມ ​ແລະ ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ​ເວົ້າ​ສະ​ເພາະ ​ໄດ​້ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ພາລະກິດ​ປະຕິວັດ ທີ່​ສະຫງ່າ​ອົງອາດ​ຂອງ​ພັກ ​ແລະ ຊາດ​ຫວຽດນາມ. ​ໃນ​ສະພາບ​ການ​ໃໝ່, ສະພາບ​ໂລກ​ຍັງ​ມີ​ການ​ຜັນ​ແປ​ຢ່າ​ງສັບ​ສົນ, ຍາກ​ທີ່​ຈະ​ຄາດ​ຄະ​​ເນ​ໄດ້, ຫວຽດນາມ ພວມສືບ​ຕໍ່​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງຂວາງນັ້ນ, ວຽກງານການຕ່າງປະ​ເທດ​ປະຊາຊົນມີ​ບົດບາດ​ທີ່​ຕັ້ງ​ນັບ​ມື້​ນັບ​ສຳຄັນ​ໃນ​ແນວ​ໂຮມ​ຕ່າງປະ​ເທດ ​ແລະ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທ​ດຊາດ.

      “ຕ້ອງ​ຕັ້ງ​ໜ້າ​ເປັນ​​ເຈົ້າ​ການ​ເຂົ້າ​ຮ່ວມ​ຍຸດ​ທະ​ສາດ​ດ​​້ານການ​ທູດ​ຢ່າງ​ຮ​ອບດ​້ານ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ພື້ນຖານ​ການ​ທູດ​ຫວຽດນາມ ທີ່​ທັນ​ສະ​ໄໝ​ຕາມ​ແນ​ວຄິດ ​ແລະ ຮູບ​​ແບບ​ການ​ທູດ​ຂອງ​ປະທາ​ນ​​ໂຮ່ຈິ​ມິນ. ​ເຮັດ​ແນວ​ໃດ​​ເພື່ອ​ໃຫ້​ປະຊາຊົນ​​ໂລກ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບປະ​ເທດ​ຊາດ, ມູນ​ເຊື້ອ ​ແລະ ຊາວ​ຫວຽດນາມ, ນະ​ໂຍບາຍພົວພັນພາຍ​ໃນ, ພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຫວຽດນາມ, ບັນດາ​ຜົນງານ​ຂອງ​ພາລະກິດ​ປ່ຽນ​ໃໝ່​ຂອງ​ຫວຽດນາມ; ຕໍ່​ສູ້​, ຕ້ານ​ການມ້າງ​ທຳລາຍຂອງ​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ເພື່ອ​ສ້າງສາ ​ແລະ ພັດທະນາປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ