ສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສປປເກົາຫຼີ

ສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສປປເກົາຫຼີ - ảnh 1
​ງານ​ລ້ຽງເພື່ອ ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ສປປ​ເກົາຫຼີ
(ພາບ: dantri.com.vn)


(vovworld) - ຕອນ​ຄຳ່​ວັນ​ທີ 30/1, ຢູ່​ຮ່າ​ໂນ້ຍ, ສະຖານທູດ ສປປ. ​ເກົາຫຼີ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ຢ່າງ​ສົມ​ກຽດເພື່ອ ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ສປປ​ເກົາຫຼີ.

ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມຫວຽດນາມ ຟ້າ​ມທິຫາຍ​ຈ່ຽນຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ ສປປ ​ເກົາຫຼີ; ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ທັງ​ສອງ​ຝ່າຍ, ການ​ພົວພັນ ລະຫວ່າງຫວຽດນາມ - ສປປ​ເກົາຫຼີ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ​ແທດ​ຈິງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ.

ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ສປປ ​ເກົາ​ຫຼີ ປະຈຳ​ຫວຽດນາມ ​ເຈິ​ງອິນ ກໍ່​ຢືນຢັນ​ວ່າ ສປປ ​ເກົາຫຼີ ຈະ​ສືບ​ຕໍ່​ມານະ​ພະຍາຍາມ ​ເພື່ອ​ພ້ອມ​ກັບ​ຫວຽດນາມ ​ເພີ່ມ​ທະວີ ​ແລະ ພັດທະນາ​ນຳ້​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກດ, ວັດທະນະທຳ… ກວ່າ​ອີກ.

ຂ່າວ/ບົດ​ອື່ນ