ສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສະຫະພັນລັດເຊຍ

ສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສະຫະພັນລັດເຊຍ - ảnh 1
ງານ​ຊຸມ​ນຸມ​ມິດ​ຕິງສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ດານ​ທູດ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ
(ພາບ: Ngoc An)

(vovworld) – ຕອນ​ເຊົ້າ​ວັນ​ທີ 30/1, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ໄດ້​ຈັດ​ຕັ້ງ​ງານ​ຊຸມ​ນຸມ​ມິດ​ຕິງສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ດານ​ທູດ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ (30/1/1950 – 30/1/2015) ຢ່າງ​ສົມ​ກຽດ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ດ່າວ​ຈ້ອງ​ທິ ຢັ້ງ​ຢືນ​ວ່າ: ໃນ​ຕະຫຼອດ 65 ປີ​ຜ່ານ​ມາ, ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ພົວ​ພັນ 2 ຝ່າຍ​ໄດ້​ພັ​ດ​ທະ​ນາ​ອັນ​ດີງາມ​ນັບ​ທັງ​ລວງ​ກ້​ວາງ ແລະ ລວງ​ເລິກໃນ​ທຸກ​ຂົງ​ເຂດ. 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ເປັນ​ປະ​ຈ​ຳ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ບັນ​ດາ​ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ 2 ປະ​ເທດ​ເພື່ອ​ແລ​ກ​ປ່ຽນ​ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​, ສະ​ຖຽນ​ລະ​ພາບດ້ານ​ການ​ເມືອງ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສົ​ມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ​ເປັນ​ປະ​ຈຳ.

        ອຸ​ປະ​ທູດ​ຊົ່ວ​ຄາວສ​ະ​ຫະ​ພັນ ລັດ​ເຊຍ ປະ​ຈຳ ຫວຽດ​ນາມ ທ່ານ Vadim Vladimirovich Bublikov ກໍ່​ຢັ້ງ​ຢືນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ເພື່ອ​ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ:

        “ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເພື່ອ​ເພີ່ມ​ທະ​ວີ​ປະ​ລິ​ມານ​ການ​ຄ້າ 2 ຝ່າຍ​ຕາມ​ຈຸດ​ໝາຍ​ໄດ້​ວາງ​ອອກ. ພວກ​ຂ້າ​ພະ​ເຈົ້າ​ກໍ່​ຊຸກ​ຍູ້​ສາຍ​ພົວ​ພັນ​ຮ່ວ​ມ​ມືໃນ​ບັນ​ດາ​ຂົງ​ເຂດ​​ທີ່ບັ​ນ​ລຸ​ໄດ້ຫຼາຍ​ໝາ​ກ​ຜົນ​ຕັ້ງ​ໜ້າ​ໃນ​ໄລ​ຍະ​ຜ່ານ​ມາ​ຄື​ພະ​ລັງ​ງານ ແລະ ນ້ຳ​ມັນ​ອາຍ​ແກັ​ສ. ຫວັງ​ວ່າ​​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລ​ີ (FTA) ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສຳ​ພັນ​ທະ​ມິດ​ພາ​ສີ ແລະ ຫວຽດ​ນາມ ໃນ​ອາດ​ຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນ 6 ເດືອນຕົ້ນ​ປີນີ້.”

        ເນື່ອງ​ໃນ​ໂອ​ກາດນີ້, ໂດຍ​ຕາງ​ໜ້າ​ໃຫ້​ການ​ນຳ​ພັກ, ລັດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ໄດ້​ມອບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ​ໃຫ້​ແກ່​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ, ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນ​ດາ​ຜົນ​ງານ​ໃນ​ການ​ປະ​ຕິ​ບັດ​ງານ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊ​າ​ຊົນ ຫວນຽດ​ນາມ ແລະ ປະ​ຊາ​ຊົນ ໂຊວຽດ ໃນ​ເມື​່ອ​ກ່ອນ ແລະ ສະ​ຫະ​ພັນ​ລັ​ດ​ເຊຍ ໃນ​ປະ​ຈຸ​ບັນ.


ຂ່າວ/ບົດ​ອື່ນ