ສະເຫຼີມສະຫຼອງ66ປີແຫ່ງວັນສ້າງການພົວພັນທາງການທູດຫວຽດນາມ-ຈີນຢູ່ຮົ່ງກົງ(ປະເທດຈີນ)

ສະເຫຼີມສະຫຼອງ66ປີແຫ່ງວັນສ້າງການພົວພັນທາງການທູດຫວຽດນາມ-ຈີນຢູ່ຮົ່ງກົງ(ປະເທດຈີນ) - ảnh 1
ທ່ານ ຮ່​ວາງ​ຈີ໋​ຈູງ, ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ (ເບື້ອງ​ຂວາ) ແລະ ທ່ານ ຊອງ​ຈີ, ທູ​ດ​ພິ​ເສດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ
ຈີນ ປະ​ຈຳ ຮົ່ງ​ກົງ
(ພ​າບ: baotintuc.vn)

Vovworld - ຕອນ​ບ່າຍ​ວັນ​ທີ 5/1, ຢູ່​ໂຮງ​ແຮມ Upper House ໃນ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົ່ງ​ກົງ (ປະ​ເທດ​ຈີນ), ທ່ານ ຮ່​ວາງ​ຈີ໋​ຈູງ, ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ ແລະ ມາ​ເກົາ (ປະ​ເທດ​ຈີນ) ໄດ້​ຈັດ​ງານ​ລ້ຽງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 66 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ຈີນ (18/1/1950 – 18/1/2016).

        ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ ຮ່​ວາງ​ຈີ໋​ຈູງ, ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ ແລະ ມາ​ເກົາ ເນັ້ນ​ໜັ​ກວ່າ: ໃນ 11 ປີ​ມານີ້, ຍາມ​ໃດ​ຈີນ​ກໍ​ແມ່ນ​ຄູ່​ຄ້າ​ລາຍ​ໃຫຍ່​ສຸດ​ຂອງ ຫວຽດ​ນາມ. ຫວຽດ​ນາມ ກ​ໍ​ນັບ​ມື້​ນັບ​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຈີນ. ປະ​ຈຸ​ບັນ, 2 ປະ​ເທດ​ພວມ​ສູ້​ຊົນ​ນຳ​ວົງ​ເງິນການ​ຄ້າ​ 2 ຝ່​າຍ​ບັນ​ລຸ​ລະ​ດັບ 100 ຕື້ USD ໃນ​ປີ 2017. ທ່ານ ຮ່​ວາງ​ຈີ໋​ຈ​ູງ ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ 2 ປະ​ເທດ ຫວຽດ​ນາມ - ຈີນ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ເຂດ​ບໍ​ລິ​ຫານ​ພິ​ເສດ ຮົ່ງ​ກົງ ກໍ​ພັດ​ທະ​ນາ​ຮອບ​ດ້ານ​ຢ່າງບໍ່​ຢຸດຢັ້ງ, ພິ​ເສດ​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ.

        ທູ​ດ​ພິ​ເສດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ປະ​ຈຳ ຮົ່ງ​ກົງ, ທ່ານ ຊອງ​ຈີ ຖື​ວ່າ: ນ້ຳ​ໃຈ​ມິ​ດ​ຕະ​ພາບ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ໄດ້​​ຜ່ານ​ການ​ທົດ​ສອ​ບ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ພວມ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິ​ກ​ເຊິ່ງ, ກ້​ວາງ​ຂວາງ.


ຕອບກັບ

ຂ່າວ/ບົດ​ອື່ນ