ສະເຫຼີມສະຫຼອງ68ປີແຫ່ງວັນເອກະລາດອິນເດຍ

ສະເຫຼີມສະຫຼອງ68ປີແຫ່ງວັນເອກະລາດອິນເດຍ - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 14/8, ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະ​ມາ​ຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ເອກະລາດ ສາທາລະນະ​ລັດ ອິນ​ເດຍ (15/8/1947 – 15/8/2015) ​ແລະ ຈັດ​ຕັ້ງ​ການ​ເສັງ​ແຕ້ມ​ຮູບ​ກ່ຽວກັບ​ນ້ຳ​ໃຈມິດຕະພາບ ຫວຽດນາມ - ອິນ​ເດຍ.

        ​ອວຍພອນ​ປະຊາຊົນ ອິນ​ເດຍ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງວັນ​ເອກະລາດ, ທ່ານ​ນາງ ຫງວຽນ​ແທງ​ຊວນ, ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ນະຄອນ ​ໂຮ່ຈີ​ມິນ ຢືນຢັນ​ວ່າ: ຫວຽດນາມ ​ແລະ ອິນ​ເດຍ ມີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ປະຫວັດສາດ​ສະ​ໜິດ​ຕິດ​ພັນ​ມາ​ແຕ່​ດົນ​ມາ​ແລ້ວ, ​ເລີ່​ມຕົ້ນ​ບັນດາ​ຈຸດ​ທີ່ຄ້າຍຄື​ກັນ​ກ່ຽວ​ກັບ​ດ້ານ​ວັດທະນະທຳ, ສິລະ​ປະ, ສາສະໜາ… ​ໃນ​ໄລຍະ​ປະຈຸ​ບັນ, ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ນັ້ນ ​ໄດ້​ຍົກ​ຂຶ້ນສູ່​ລະດັບ​ສູງ​ໃໝ່, ພັດທະນາ​ໃນ​ທຸກ​ຂົງ​ເຂດ, ສົມທົບ​ກັນ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນຢູ່​ບັນດາ​ເວທີ​ປາ​ໄສ​ການ​ເມືອງ, ​ເສດຖະກິດ​ໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ​ຢ່າງ​ເລິກ​​ເຊິ່ງ, ກ້ວາງ​ຂວາງ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ນາງ Smita Pant, ຫົວໜ້າ​ສະຖານກົງສູນ​ໃຫຍ່ ອິນ​ເດຍ ປະຈຳ ນະຄອນ ​ໂຮ່ຈີ​ມິນ ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​: ໄລຍະ​ມາ​ເຖິງການ​ພົວພັນ​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດທະນາ​​​ຢ່າງ​ເຂັ້ມ​ແຂງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ