ສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດທີ 2/9ຢູ່ອັກຊັງຕີນ

ສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດທີ 2/9ຢູ່ອັກຊັງຕີນ - ảnh 1
ສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8
ແລະ ວັນຊາດທີ 2/9 ຢູ່ອັກຊັງຕີນ
(ພາບ: Vietnam+)

(vovworld) - ວັນ​ທີ 22/8, ສະຖານທູດ​ຫວຽດນາມ ​ປະຈຳ​ອັກ​ຊັງ​ຕີນ ​ແລະ ພັກ​ກອມ​ມູນິດ​ອັກ​ຊັງ​ຕີນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ ວັນການປະຕິວັດ​ເດືອນ 8 ​ແລະ ວັນຊາດ​ທີ 2/9 ຢູ່​ອັກ​ຊັງ​ຕີນ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ປະຈຳ​ອັກ​ຊັງ​ຕີນ ຫງວຽນ​ດິ່ງ​ທາວ ຢືນຢັນ​ວ່າ, ການ​ປະຕິວັດ​ເດືອນ 8 ​ໄດ້​ປຸກລະດົມ​ຂະ​ບວນການ​ຕໍ່ສູ້​ຂອງ​ບັນດາ​ຊາດ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດ, ​ເປີດ​ສາກ​ສັງກາດ​ແຫ່ງ​ເອກະລາດ, ​ເສລີພາບ ​ແລະ ສັງຄົມ​ນິຍົມ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ສຳ​ຫຼວດກວດຄືນ​ບັນດາ​ຂີດ​ໝາຍ​ສຳຄັນ​ຂອງ​ການ​ປະຕິວັດ​ຫວຽດນາມ ກໍ່​ຄື​ຍົກ​ອອກ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ ​ແລ ສັງຄົມ​ຂອງ​ປະຊາຊົນ​ຫວຽດນາມ, ພິ​ເສດ​ແມ່ນ​ພາລະກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ