ສະເຫຼີມສະຫຼອງ70ປີແຫ່ງວັນພາກໃຕ້ທຳການຕໍ່ຕ້ານ

ສະເຫຼີມສະຫຼອງ70ປີແຫ່ງວັນພາກໃຕ້ທຳການຕໍ່ຕ້ານ - ảnh 1
ສະ​ເຫຼີມສະຫຼອງ70​ປີ​ແຫ່ງ​ວັນ​ພາກ​ໃຕ້ທຳ​ການ​ຕໍ່ຕ້ານ
(ພາບ: vnexpress)


(vovworld) – ຕອນ​ເຊົ້າ​ວັນ​ທີ 23/09, ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 70 ປີ​ແຫ່​ງວັນ​ພາກ​ໃຕ້​ທຳ​ການ​ຕໍ່ຕ້ານ (23/09/1945 – 23/09/2015). ທີ່​ພິທີ, ການ​ນຳ​ນະຄອນ, ບັນດາ​​ແມ່​ຫວຽດນາມ ວິລະ​ຊົນ, ນັກ​ປະຕິວັດຜູ້ອະ​ວຸ​​ໂສ ​ແລະ ປະຊາຊົນ​ທຸກຊັ້ນ​ວັນນະ ​ໄດ້​ພ້ອມ​ກັນ​ຫວນ​ຄືນ​ໄລຍະ​ປະຫວັດສາດ​ທີ່​ສຳຄັນ​​ໃນ​ຂະ​ບວນການ​ຕໍ່​ສູ້​ຂອງ​ທະຫານ ​ແລະ ປະຊາຊົນ​ພາກ​ໃຕ​້. ກ່ອນ​ນີ້ 70 ປີ, ວັນ​ທີ 23/09/1945, ປະຊາຊົນ ​ໄຊ​ງ່ອນ - ຢາ​ດິ້ງ ​ແລະ ປະຊາຊົນ​ພາກ​ໃຕ້ ​ໄດ້​ລຸກ​ຮື້​ຂື້ນ​ຕໍ່​ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ກັບ​ຄືນ​ຮຸກ​ຮານ​ຫວຽດນາມ ອີກ​ຄັ້ງ​ໜຶ່ງ. ຈາກ​ຈຸດ​ເວລາ​ນັ້ນ, ວັນ​ທີ 23/09 ​ໄດ້​ເປັນ​ວັນ​ປະຫວັດສາດ ນັ້ນ​ແມ່ນ​ວັນ “​ພາກ​ໃຕ້ທຳ​ການ​ຕໍ່ຕ້ານ”, ​ເປີດ​ສາກ​​ໃຫ້ການ​ສູ້​ຮົບ​ທີ່​ລຳ​ບາກ​ແຕ່​ພິລະ​ອາ​ດຫານຂອງ​ຊາດ…

        ກ່ອນ​ໜ້າ​ນັ້ນ, ການ​ນຳ​ພັກ ​ແລະ ການ​ນຳ​ນະຄ​ອນ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ຢູ້ສວນສາທາລະນະ​ອານຸສາ​ວະລີ​ປະທານ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ